ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-14 18:15:01    
ງານ​ມະຫະກຳຜ້າ​ໄຫມ​ສາກົນ​ຈີນ​ປີ2005ຈະ​ຈັດຂຶ້ນ​ຢູ່​ເມືອງ​ຮາງ​​ໂຈ​ວ

cri

ຕາມ​ຂ່າວcri:ວັນ​ທີ14 ກັນຍາ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ຝ່າຍ​ກ່ຽວຂ້ອງ​ວ່າ,ວັນ​ທີ20 ຕຸລາ,ງານ​ມະ​ຫະກຳ​ຜ້າ​ໄຫມ​ສາກົນ​ຈີນ​ປີ2005ຈະ​ຈັດ​ຂຶ້ນ​ຢູ່ເມືອງ​ຮາງ​ໂຈ​ວ​ແຂ​ວງ​ເຈີ​ຈຽງ ​ ​ເມືອງ​ຜ້​າ​ໄຫມ​ຂອງ​ຈີນ,ງານມະຫະກຳຄັ້ງ​ນີ້​ຈະ​ແມ່ນ​ງານ​ມະຫະກຳຜ້າ​ໄຫມ​ທີ່​ມີ​ຂະຫນາດ​ໃຫຍ່​ກວ່າ​ຫມູ່,ລະດັບ​ສູງກວ່າ​ຫມູ່​ແລະ​ມີ​ລັກສະນະວິຊາ​ສະ​ເພາະຫລາຍ​ກວ່າ​ຫມູ່​ຂອງຈີນຕະຫລອດ​ຮອດ​ຂອງ​ໂລກ.

ຕາມ​ການ​ແນະນຳ​ວ່າ,ງານມະຫະກຳ​ຜ້າ​ໄຫມ​ຄັ້ງ​ນີ້​ຈະຖື​ການສົ່ງ​ເສີມ​ວັດ​ທະນະ​ທຳ​ຜ້າ​ໄຫມ​ຈີນ,ຊຸກຍູ້​ການ​ພັດທະນາ​ຂອງ​ອຸດສາ​ຫະກຳ​ຜ້າ​ໄຫມ​ຂອງ​ຈີນ,​ແລະເພີ່ມ​ທະວີ​ການ​ແລກປ່ຽນ​ກັບອຸດສາຫະກຳ​ຜ້າ​ໄຫມ​ສາກົນ​ເປັນ​ວັດຖຸ​ປະ​ສົງ.ຈະ​ມີ​ຜະລິດ​ຕະພັນ​ຜ້າ​ໄຫມ​ປະມານ20ພັນຊະນິດ​ເຂົ້າ​ຮ່ວມ​ງານ​ມະຫະກຳຄັ້ງ​ນີ້.ວິ​ສາ​ຫະກິດ​ທີ່​ເຂົ້າ​ຮ່ວມມີ120ກ່ວາ​ແຫ່ງ.