ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-16 18:27:55    
ເວທີ​ປາ​ໄສ​ບຸກຄົນ​ຜູ້ດີ​ເດັ່ນ​ຝ່າຍ​ພື້ນ​ເມືອງ​ຂອງ​ສອງ​ຝັ່ງ​ຄັ້ງ​ປະ​ຖົມ​ມະ​ເລີກ​ໄດ້​ອັດ​ລົງ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ

cri Author: mo
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 16 ກັນຍາ, ​ເວທີປາ​ໄສ​ບຸກຄົນ​ຜູ້ດີ​ເດັ່ນ​ຝ່າຍພື້ນ​ເມືອງ​ຂອງສອງ​ຝັ່ງ​ຄັ້ງປະຖົມມະ​ເລີກ​ທີ່​ໄຂ​ຂຶ້ນ​ຢູ່​ຊຽງ​ໄຮ້​ໄດ້​ອັດ​ລົງ​ແລ້ວ.

ໃນ​ເວທີ​ປາ​ໄສ​​ສອງ​ມື້, ນັກປາດ​ຜູ້​ຊ່ຽວຊານ ຜູ້​ຮັບຜິດຊອບ​ຂອງ​ສະມາຄົມ​ຂະ​ແໜງ​ການ​ງານ ​ແລະ​ບຸກຄົນ​ວົງ​ການ​ວິ​ສາ​ຫະກິດ​ທີ່​ມາ​ຈາກ​ສອງ​ຝັ່ງ​ຊ່ອງ​ແຄບ​ໄດ້​ຄົ້ນຄວ້າ​ຫາລືຫົວ​ຂໍ້​ຕ່າງໆ​ເຊັ່ນ: ການ​ພັດທະນາ​ເສ​ດຖະກິດ​ຂອງ​ແຜ່ນດິນ​ໃຫຍ່​ກັບ​ການ​ລົງທຶນ​ຢູ່​ແຜ່ນດິນ​ໃຫຍ່​ຂອງ​ນັກທຸລະກິດ​ໄຕ້​ຫວັນ, ສອງ​ຝັ່ງ​​ເດີນ​ເຮືອເດີນ​ອາກາດ​ໂດຍ​ກົງ, ສອງ​ຝັ່ງຮ່ວມ​ມື​ແລກປ່ຽນ​ກັຣດ້ານ​ກະສິກຳ​ເປັນຕົ້ນ, ​​ແລະໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ​ບັນຫາ​ສຳຄັນ​ຈຳນວນ​ໜຶ່ງ.

ໃນ​ພິທີ​ປິດ​ປະຊຸມ, ທ່ານ​ລີ​ປິງສາຍ ຮອງ​ຫົວໜ້າ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່າວ​ວ່າ, ຝ່າຍ​​ແຜ່ນດິນ​ໃຫຍ່​ຈະ​ສືບ​ຕໍ່​ລົງ​ເລິກ​ແລະ​ເປີດ​ກວ້າງ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ຝັ່ງ​ຢ່າງຮອບດ້ານ. ທ່ານ​ຍັງ​ຫວັງ​ໃຫ້​ຝ່າຍ​ກ່ຽວຂ້ອງ​ຂອງ​ໄຕ້​ຫວັນ​ໄປ​ຕາມ​ປ່ອງ​ລ່ອງ​ຕາມ​ແປວ​ຂອງ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ພັດທະນາ​​ເສດຖະກິດ​ຂອງ​ສອງ​ຝັ່ງ, ​ໃຊ້​ການ​ກະທຳ​ຕົວ​ຈິງ​ເພື່ອຊຸກ​ຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ສອງ​ຝັ່ງ.

ໃນ​ເວລາ​ປິດ​ປະຊຸມ, ໄດ້​ປະກາດ​ຂໍ້​ສະ​ເໜີ​ຮ່ວມ​ຂອງ​ເວທີ​ປາ​ໄສ​ບຸກຄົນ​ຜູ້ດີ​​ເດັ່ນຝ່າຍ​ພື້ນ​ເມືອງ​ຂອງ​ສອງ​ຝັ່ງຄັ້ງປະຖົມມະ​ເລີກ.