ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-18 20:09:03    
ທ່ານ​ລີ​ຊາງ​ຊຸ່ນກ່າ​ວວ່າ ປີ​ວັດທະນະທຳ​ຈີນ​ຝຣັ່ງ​ແມ່ນ​ການປະດິດ​ສ້າງ​ໃນ​ປະຫວັດການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ຈີນ​ກັບ​ຝຣັ່ງ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ຄ່ຳວັນ​ທີ 17 ກັນ​ຍາ, ຢູ່​ທີ່​ປັກ​ກິ່ງ, ທ່ານລີ​ຊາງ​ຊຸ່ນ​ກຳ​ມະ​ການ​​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັດ​ກອມ​ມູ​ນິດ​ຈີນເວົ້າ​ວ່າ, ປີ​ວັດ ທະນະທຳ​ຈີນ​ຝຣັ່ງ​ແມ່ນ​ການ​ປະດິດ​ສ້າງໃນ​ປະຫວັດ​ການ​ແລກປ່ຽນ​ວັດທະ ນະທຳ​ຈີນ​ຝຣັ່ງ. ການ​ຈັດ​ປີ​ວັດທະ​ນະທຳ​ຈີນ​ຝຣັ່ງ​ໄດ້​ຊຸກ​ຍູ້​ການ​ຂະ​ຫຍາຍ​ການ​ພົດ​ພັນ​ຈີນ​ຝຣັ່ງ​ຢ່າງ​ແຂງ​ແຮງ, ​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​​ແລະ​ມິດ​ຕະພາບ​ລະຫວ່າງ​ປະຊາຊົນ​​ຝ່າຍ​ຕາ​ເວັນ​ອອກ​ກັບ​ຝ່າຍຕາ​ເວັນ​ຕົກ​ໃຫ້​ເລິກ​​ເຊິ່ງກວ່າ​ເກົ່າ.

ທ່ານ​ລີ​ຊາງ​ຊຸ່ນ​​ແມ່ນ​ເວົ້າຄວາມ​​ດັ່ງກ່າວ​ໃນ​ເວລາ​ເຂົ້າ​ຮ່ວມ​ງານ​ລາຕີ​ທ່ຽວ​ສວນ​ທີ່​ຈັດ​ຂຶ້ນ​ຢູ່​ສວນ​ຢີ​ເຮີ​ຢວນ ສວນ​ລາຊະ​ອຸທິຍານ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ, ງານ​ລາຕີ​ທ່ຽວ​ສວນ​ດັ່ງ​ກ່າວ​ແມ່ນ​ຈັດ​ຂຶ້ນ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ປີ​ວັດ​ທະ​ນະ​ທຳ​ຈີນ​ຝຣັ່ງ​ທີ່​ຈັດ​ຂຶ້ນ​ຢູ່​ຈີນ​ໄດ້​ອັດ​ລົງ​ຢ່າງ​ຈົບງາມ. ທ່ານ​ລີ​ຊາງ​ຊຸ່ນ​ເວົ້າ​ວ່າ, ພາຍ​​ໃຕ້​ການ​ຊຸກ​ຍູ້​ຂອງ​ປີ​ວັດທະ​ນະທຳ​ຈີນ​ຝຣັ່ງ, ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ຝຣັ່ງ​​ໃນຂົງ​ເຂດ​ການ​ເມືອງ ​ເສດຖະ​ກິດ ວັດ​ທະ​ນະ​ທຳ​ແລະ​ອື່ນ​ໆ​​ໄດ້​ມີ​ການ​ບຸກ​ທະ​ລຸ​ແລະ​ການ​ຂະ​ຫຍາຍ​​ໃນ​ດ້ານລວງ​ເລິກ​ແລະ​ລວງ​ກວ້າງ, ການ​ພົວພັນ​ຈີນ​ກັບ​ຝຣັ່ງພວມ​ຢູ່​ໃນ​ໄລຍະ​ດີ​ທີ່​ສຸດ​ໃນ​ປະຫວັດ​ສາດ.​