ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-19 22:03:01    
ຈີນ​ອາ​ເມ​ລິ​ກາ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນຂົງ​ເຂດ​ວິທະຍາ​ສາດ​ເຕັກ​ນິກ ກະສິ​ກຳ​​ຕື່ມ​ອີກ

cri Author: da
ຕາມ​ຂ່າວCRI: ວັນ​ທີ 19 ກັນຍາ ກະຊວງ​ວິທະຍາສາ​ດ​ເຕັກນິກຈີນ​ກັບ​ກະຊວງ​ກະສິກຳ​ອາ​ເມ​ລິ​ກາ​ໄດ້​ເຊັນ​ສັນຍາ​ຢູ່​ປັກ​ກິ່ງ,ຕົກລົງ​ວ່າ​ຈະ​ເພີ່ມ​ທະວີ​ການ​​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກນິກ​ກະສິກຳ​​ເຊັ່ນ ການ​ຮັກສານ້ຳ​ແລະ​ດິນ ຄຸນ​ນະພາ​ບ​​ເຂົ້າບາ​ເລ​ແລະກາ​ນຄົ້ນຄວ້າ​​ພະຍາດ​ວິທະຍາເປັນຕົ້ນຕື່ມ​ອີກ.

​ໃນ​ພິທີ​ລົງ​ນາມ ທ່ານ​ລີ​ແຊ​ຢົງ ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ​ເຕັກນິກ​ຈີນ​​ແນະນຳ​ວ່າ,​ໃນ​ສອງ​ປີ​ມາ​ນີ້,ຈີນ​ອາ​ເມ​ລິ​ກາ​ໄດ້ຮ່ວມ​ມື​ກັນ​ຢ່າງ​ບັງ​ເກີດ​ຜົນ​ຕ່າງໆໃນ 6 ​ຂົງ​ເຂດ​ສຳຄັນ​ຄື​ເຕັກນິກ​ຊີວະ​ຊາດ​ກະສິກຳ ການ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ເປັນຕົ້ນ.ລັດຖະບານ​ທັງ​ສອງ​ປະ​ເທດ​ຍັງ​ຕ່າງ​ໄດ້​ອາ​ໄສ​ອົງການ​ຄົ້ນຄວ້າ​ວິທະຍາ​ສາດ​ຂອງ​ຕົນ,ສ້າງຕັ້ງສູນ​ຄົ້ນຄວ້າ​ປະສົມ​ຫຼາຍ​ອົງການ,​ເລີ່​ມປະ​ຄະ​ບັດໂຄງການ​ໂອນ​ເຕັກນິກ​ງວດ​ໜຶ່ງ.