ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-23 20:16:12    
ທ່ານ​ຫູ​ຈິນທາວ​ເວົ້າວ່າ ຫວັງ​ຈີນ​ສ.​ເກົາຫຼີ​ພ້ອມ​ກັນ​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ໝູ່ຄູ່​ຮ່ວມ​ມືຮອບດ້ານລະຫວ່າງ​ສອງ​ຝ່າຍ​ຂະຫຍາຍ​ໄປ​ໜ້າ​ລົງສູ່ລວງເລິກ

cri Author: da
​ຕາມ​ຂ່າວCRI: ວັນ​ທີ 23 ກັນຍາ ຢູ່​ປັກ​ກິ່ງ​ ​ໃນ​ເວລາ​ພົບ​ປະ​ທ່ານມູນຮີຊາງ ຜູ້ນຳ​ພັກ​ຢູລິ​ອຸ​ຕິ​ດາງ​ແຫ່ງສ.​ເກົາຫຼີ​ທີ່​ມາ​ຢ້ຽມຢາມ ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ວ່າ,ພັກ​ກອມ​ມູນິດ​ຈີນ​ເອົາ​ໃຈ​ໃສ່​ນຳ​ການ​​ໄປມາຫາສູ່​ກັນ​ດ້ວຍ​ໄມຕີ​ຈິດ​ກັບ​ພັກ​ຢູລິ​ອຸ​ຕິ​ດາງ​ແຫ່ງສ.​ເກົາຫຼີ,ຫວັງ​ໃຫ້​ທັງ​ສອງ​ຝ່າຍພ້ອມ​ກັນ​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ໝູ່ຄູ່​ຮ່ວມ​ມືຮອບດ້ານລະຫວ່າງ​ສອງ​ຝ່າຍ​ຂະຫຍາຍ​ໄປ​ໜ້າ​ລົງ​ສູ່​ລວງເລິກ​ກວ່າ​ເກົ່າ.

ທ່ານມູນຮີຊາງ​ເວົ້າວ່າ,ສ.​ເກົາຫຼີ​ກັບ​ຈີນ​ມີ​ຄວາມສົນ​ໃຈ​ຄື​ກັນ​ແລະ​ຜົນ​ປະ​ໂຫຍ​ດ​ຮ່ວມ​ຫຼາຍ​ຢ່າງ.ພັກຢູລິ​ອຸ​ຕິ​ດາງຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັບ​ພັກ​ກອມ​ມູນິດ​ຈີນ,ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ຢ່າງ​ໜັກ​ແໜ້ນແລະປອດ​ໄສ​ຕື່ມ​ອີກ ​ໂດຍ​ຜ່ານ​ຈາກ​ການ​ພົວພັນ​ລະຫວ່າງ​ພັກ.