ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-27 19:41:49    
ລັດຖະບານ​ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ການ​ແຜ່​ຜາຍ​ອາ​ວຸດ​ລ້າງ​ຜານ​ຢ່າງ​ຂະ​ໜາດ​ໃຫຍ່

cri Author: li
ຕາມ​ຂ່າວ CRI: ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ເປັນ​ປະຈຳຢູ່​ປັກ​ກິ່ງ​ໃນ​ວັນ​ທີ 27 ກັນຍາ,ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ແມ່ນ​ປະ​ເທດ​ທີ່​ຮັບຜິດຊອບ,ລັດຖະບານ​ຈີນ​ເດັດດ່ຽວ​ຄັດຄ້ານ​ການ​ແຜ່ຜາຍ​ອາວຸດ​ລ້າງຜານ​ຢ່າງ​ຂະໜາດ​ໃຫຍ່​ພ້ອມ​ດ້ວຍ​ພາຫະນະ​ຂົນ​ສົ່ງ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ,ທ່ານ​ຊິນ​ກ່າງ​ເວົ້າວ່າ,​ໃນຫຼາຍປີ​ມາ​ນີ້,ຈີນ​ໄດ້​​ເຮັດ​ວຽກ​ຢ່າງ​ຫຼວງຫຼາຍ​ໃນ​ດ້ານ​ປົວ​ແປງ​ກົດ​ບັນຍັດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຂາ​ເຂົ້າຂາ​ອອກ,​ເຂົ້າຮ່ວມ​ການ​ແລ​ກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ຊາດ​ໃນ​ດ້ານ​ປ້ອງ​ກັນ​ການ​ແຜ່ຜາຍ​ອາວຸດ,​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເດັ່ນ​ຊັດ,​ແລະ​ໄດ້​ຮັບ​ການ​ຢືນຢັນ​ແລະ​ຍ້ອງຍໍ​ໂດຍ​ທົ່ວ​ໄປ​ຈາກ​ປະຊາ​ຄົມ​ໂລກ.