ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-27 21:09:03    
ຝ່າ​ຍຈີນ​ຫວັງ​ໃຫ້​ຝ່າຍ​ຍີ່​ປຸ່ນ​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຕັ້ງ​ໜ້າ​ປົວ​ແປງ​ບັນ​ຍາ​ກາດ​ການ​ແລກປ່ຽນ​​ແລະ​ສົນ​ທະ​ນາ​ລະ​ຫວ່າງ​ຜູ່​ນຳ​ຊັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ

cri

ຕາມ​ຂ່າວCRI: ວັນ​ທີ 27 ກັນຍາ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ປະຈຳ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານຊິນກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ການ​ໄປມາຫາສູ່​ກັນ​ລະຫວ່າງຜູ່​ນຳ​ຊັ້ນ​ສູງ​ຂອງ​ຈີນ​ກັບ​ຍີ່ປຸ່ນ​ຕ້ອງການ​ບັນ​ຍາ​ກາດ​ອັນ​ດີງາມ, ຫວັງ​ໃຫ້​ຝ່າຍ​ຍີ່ປຸ່ນທຳ​ຄວາມ​ພະຍາ​ຍາມຢ່າງ​ຕັ້ງໜ້າ, ​ປົວ​​ແປງ​ບັນ​ຍາ​ກາດ​​ແລກ​ປ່ຽນ​ສົນ​ທະ​ນາ​ລະຫວ່າງ​ຜູ່​ນຳ​ຊັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ.

ທ່ານ​ຊິງ​ກາງ​ຍັງ​​​ໄດ້ກ່າວ​ວ່າ, ​ໃນ​ບັນຫາ​ບູຊາ​ວັດ​ຢາ​ຊູ​ຄູ​ນີ, ຫຼັກ​ໝັ້ນ​ຂອງຝ່າຍ​ຈີນ​​ແມ່ນບໍ່​ປ່ຽນ​ແປງ.

ທ່ານ​ຊິນ​ກ່າງ​​ໄດ້​ແນະນຳ​ວ່າ, ການ​ປຶກສາ​ຫາລື​ບັນຫາ​ທະ​ເລ​ຕົ່ງ​ໄຮ​ຈີນ​ຍີ່ປຸ່ນ​ຮອບ​ 3 ຈະ​ຈັດ​ຂຶ້ນ​ຢູ່​​ໂຕ​ກຽວ​ຂອງ​ຍີ່ປຸ່ນ​ໃນ​ວັນ​ທີ 30 ກັນຍາ, ຝ່າຍ​ຈີນ​ຫວັງ​ໃຫ້​ສອງ​ຝ່າຍ​ຈີນ​ຍີ່ປຸ່ນແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ຢ່າງ​ເໝາະ​ສົມ​ດ້ວຍ​ການ​ສົນ​ທະ​ນາ​ແລະ​ຫາລື​ກັນ.

ກ່ຽວ​ກັບ​ຫວ່າງ​ມໍ່ໆ​ນີ້, ບາງ​ສື່​ມວນ​ຊົນ​ຍີ່ປຸ່ນ​ຕັ້ງ​​ແກ້ງເວົ້າ​ໂຍກທດສະ​ດີ"ການ​ຂົ່ມຂູ່​ຂອງ​ຈີນ"​ໃນການ​ລາຍ​ງານ​ຂອງ​ພວກ​ຂະ​ເຈົ້າ, ທ່ານ​ຊິນກ່າງ​ຊີ້​ອອກ​ວ່າ, ນີ້​ແມ່ນ​ການ​ກະທຳ​ທີ່​ມີ​ຈຸດປະສົງ​ເລິກ​ລັບ.

ທ່ານ​ຊິນກ່າງ​ກ່າວ​ວ່າ, ​ເກາະຕ້ຽວ​ອີ ​ແລະ​ເກາະດອນ​ບໍລິວານ​​ແມ່ນ​ດິນ​ແດນ​ຈີນທີ່​ມີ​ມາ​ແຕ່​ເດີນ, ສອງ​ຝ່າຍ​ຈີນ​ຍີ່​ປຸ່ນມີ​ການ​ວິວາດ​ກັນ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ​ຂຶ້ນ​ກັບ​ໃຜ, ຝ່າຍ​ຈີນ​ມີເຈດ​ຈຳນົງ​​ໃຫ້ແກ້​ໄຂ​ບັນຫາ​ຢ່າງ​ເໝາະ​ສົມດ້ວຍ​ການ​ເຈລະຈາກັນ.

ທ່ານ​ຊິນ​ກາງ​ຍັງ​ກ່າວ​ວ່າ, ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າ​ຍຍີ່ປຸ່ນ​ປະຕິ​ບັນ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ທີ່​ສຳ​ຫຼວດປະຫວັດສາດ, ​ເຄົາລົບ​ຈິດ​ອາລົມ​ຂອງ​ປະຊາຊົນ​ປະ​ເທດ​ປະສົບ​ເຄາະ​ຮ້າຍ, ​ເອົາ​ໃຈ​ໃສ່​ແລະ​ແກ້​ໄຂ​ບັນຫາຂອງຕົນ​ຢ່າງ​ເໝາະ​ສົມ.

ທ່ານ​ຊິນ​ກາງ​ເວົ້າ​ວ່າ, ​ເອົາທັດສະນະ​ປະຫວັດສາດ​ອັນ​ຖຶກຕ້ອງມາ​ໃຫ້ການ​ສຶກສາ​ແກ່​ປະຊາຊົນ​ປະ​ເທດ​ຕົນ​​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜູ່ມ​ເຍົາວະ​ຊົນແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບຂອງ​ລັດຖະບານ​.