ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-28 11:47:33    
"ການ​ພົບ​ປະ​ຢ່າງ​ມີ​ໄມ​ຕີ​ຈິດ​ລະ​ຫວ່າງ​ຊາວ​ໜຸ່ມ​ອາ​ຊຽນ​ກັບ​ຈີນ ຍີ່​ປຸ່ນ ສ​ເກົາ​ຫຼີ"​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 27 ກັນຍາ, "ການ​ພົບ​ປະ​ຢ່າງ​ມີ​ໄມ​ຕີ​ຈິດ​ລະຫວ່າງ​ຊາວ​ໜຸ່ມ​ອາຊຽນ ກັບຈີນ ຍີ່​ປຸ່ນ ສ​ເກົາຫຼີ"​ຄັ້ງ​​ທຳ​ອິດ​ໄດ້​ຈັດຂຶ້ນ​ຢູ່​ນະ​ຄອນ​ອູ​ຊີ່ ​ແຂວງ​ຈ່ຽງ​ຊູ່​ທີ່​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ, ຜູ້​ນຳ​ຊາວ​ໜຸ່ມ, ​ນັກທຸລະກິດ​ຊາວ​ໜຸ່ມ​ແລະ​ນັກປາດ​ຊາວ​ໜຸ່ມ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ອາຊຽນ, ຍີ່​ປຸ່ນ, ສເກົາຫຼີ​ແລະ​ຈີນ​ລວມ 130 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​​ເທື່ອນີ້.

ໃນ​ໄລຍະ​ການ​ເຄື່ອນ​ໄຫວ, ຜູ້ນຳ​ຊາວ​ໜຸ່ມ​ໄດ້​ດຳ​ເນີນ​ການ​ແລກປ່ຽນ​ໂດຍ​ໝູນ​ອ້ອມຫົວ​ຂໍ້: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​​ໂຫຍ​ດ, ຊຸກ​ຍູ້​ການ​ພັດທະນາ​ພ້ອມ​ກັນ, ນັກປາດ​ຊາວ​ໜຸ່ມ​ໄດ້​ຫາລື​ກ່ຽວ​ກັບ​ອະນາຄົດ​​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊຽນ ກັບ​ຈີນ, ຍີ່​ປຸ່ນ, ສ​ເກົາຫຼີ, ສ່ວນ​ນັກ​ທຸ​ລະກິດ​ຊາວ​ໜຸ່ມ​ບັນດາ​ປະ​ເທດ​ໄດ້​ເປິກ​ສາ​ຫາ​ລື​ໂຄງ​ການ​ຕ່າງໆ.​