ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-30 18:09:31    
ທ່ານ​ຈາງ​ອີ​ຊານ​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ຝ່າ​ຍຈີນ​ກ່ຽວ​ກັບ​ບັນ​ຫາ​ປະ​ຕິ​ບັດ"​ເອກ​ກະ​ສາ​ນ​ໝາກ​ຜົນ"ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອົງ​ການ​ສະຫະ​ປະ​ຊາ​ຊາດ​ແລະ​ບັນຫາ​ສິດ​ທິ​ມະ​ນຸດ​ເປັນ​ຕົ້ນ

cri

ຕາມ​ຂ່າວCRI: ວັນ​ທີ 29 ກັນຍາ​ໃນ​ເວລາ​ສະມັດຊາ​ໃຫຍ່​ອົງການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 60 ສຳ​ຫຼວດ​ພິ​ຈາ​ລະນາ​ບົດ​ລາຍ​ງານ​ວຽກ​ງານ​ປະຈຳ​ປີ​ຂອງ​ທ່ານ​ອານ​ນານ​ເລຂາທິການ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊານັ້ນ, ທ່ານ​ຈາງ​ອີ​ຊານ ຮອງ​ເອກ​ອັກຄະ​ລັດຖະທູດຈີນປະຈຳ​ອົງການສະຫະ​ປະຊາ​ຊາດ​ໄດ້​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ຝ່າຍ​ຈີນ​ກ່ຽວ​ກັບການ​ປະຕິບັດ"​ເອກ​ກະສາ​ນໝາກຜົນ"ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອົງການ​ສະຫະ​ປະຊາ​ຊາດ​ແລະ​ບັນຫາ​ສິດທິ​ມະນຸດ​ເປັນ​ຕົ້ນ.

ທ່ານ​ຈາງ​ອີ​ຊານ​ກ່າວ​ເນັ້ນ​ວ່າ, ຝ່າຍ​ຈີນ​ເຫັນ​ວ່າ, ​ໃນ​ຂະ​ບວນການ​ປະຕິບັດ"​ເອກ​ກະສາ​ນໝາກຜົນ"ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອົງການ​ສະຫະ​ປະຊາ​ຊາດນັ້ນ, ຄວນ​​ເອົາ​ບັນຫາ​ພັດທະນາວາງ​ໄວ້​​ໃນ​ຖະນະສຳຄັນລຳດັບ​ໜຶ່ງ​​ແລະ​ເປັນ​ແກນ​ກາງ.

ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ, ທ່ານ​ກ່າວ​ລື້​ມວ່າ, ຢ່າ​​ເຮັດ​ໃຫ້ບັນຫາ​ນີ້​ກາຍ​ເປັນ​ການ​ເມືອງ​ແລະ​ປະຕິບັດ​ມາດຖານ​ສອງ​ຢ່າງ​.

ທ່ານ​ຈາງ​ອີ​ຊານ​ຍັງ​ໄດ້​ບັນ​ລະ​ຍາຍ​ທັດສະນະ​ຂອງ​ຝ່າຍ​ຈີນ​ກ່ຽວ​ກັບ​ບັນຫາປະຕິ​ຮູບ​ສຳນັກງານ​ເລຂາ​ອົງການ​ສະຫະ​ປະຊາ​ຊາດ​​ແລະ​ບັນຫາ​ຕັ້ງ​ຄະນະ​ກຳມາ​ທິການກໍ່ສ້າງ​ສັນຕິພາບ​ເປັນ​ຕົ້ນ.