ຕາມຂ່າວສານຊິນຮວາ: ວັນທີ 30 ກັນຍາ, ກະຊວງກະສິກຳຈີນໄດ້ປະກາດແຜນການສຸກເສີນປ້ອງກັນແລະຄວບຄຸມພະຍາດໄຂ້ຫວັດສັດປີກໃນລະດູໃບໄມ້ລົ່ນແລະລະດູໜາວປີ2005, ຮຽກຮ້ອງໃຫ້ແຫ່ງຕ່າງໆໃຊ້ມາດຕະການປ້ອງກັນບໍ່ໃຫ້ເກີດພະຍາດໄຂ້ຫວັດສັດປີກໃນລະດູໃບໄມ້ລົ່ນແລະລະດູໜາວ, ແລະເຮັດວຽກກຽມຮັບມືທຸກຢ່າງໃຫ້ດີ.
ຕາມໄດ້ຊາບ, ແຜນການສຸກເສີນນີ້ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບວຽກງານດ້ານຕິດຕາມກວດກາສະພາບພະຍາດ ການເຕືອນລ່ວງໜ້າ ລາຍງານ ມາດຕະການຮັບມືດ່ວນແລະກະກຽມແກ້ໄຂສຸກເສີນເປັນຕົ້ນ.
|