ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-14 10:54:54    
ຍານ​ອະວະກາດ​ເຊີນ​ໂຈ່​ວ​ເລກ 6 ຮັກ​ສາ​ໂຄ​ຈອນ​ຄັ້ງ​ທຳ​ອິດ​ຢ່າງ​ສຳ​ເລັດ​ຜົນ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ​ເວລາ 5 ​ໂມງ 56 ນາທີ​ຂອງ​ວັນ​ທີ 14 ຕຸລາ​ເວລາ​ປັກ​ກິ່ງ,​ໃນ​ໄລຍະ​ບິນ​ອ້ອມ​ໜ່ວຍ​​ໂລກຮອບ​ທີ 30 ນັ້ນ ຍານ​ອະວະກາດ​ເຊີນ​ໂຈ່​ວ​ເລກ 6 ​ໄດ້​ຮັກສາ​ໂຄຈອນ​ເປັນ​ຄັ້ງທຳ​ອິດ​ຫຼັງຈາກ​ປ່ຽນ​ໂຄຈອນ​ແລ້ວ. ການ​ລາຍງານ​ຂອງ​ນັກ​ບິນ​ອະວະກາດ​ແລະ​ຜົນ​ການ​ຕິດຕາມ​ວັດ​ແທກຢູ່​ໜ້າດິນ​ສະ​ແດງ​ໃຫ້​ເຫັນ​ວ່າ,ການ​ຮັກສາ​ໂຄຈອນ​ໄດ້​ສຳ​ເລັດ​ຜົນ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ.

ຕາມ​ຊາບວ່າ,ຍານ​ອະວະກາດ​ເຊີນ​ໂຈ່​ວ​ເລກ 6 ​ໄດ້​ບິນ​ເກືອບ 2 ມື້​ແລ້ວ,ຄວາມ​ສູງ​ຂອງ​ໂຄຈອນ​ໄດ້​​ເສື່ອ​ມລົງບາງ​ເລັກ​ໜ້ອຍ​. ການ​ຮັກສາ​ໂຄຈອນ​​ເປັນການ​ສັບ​ຊ້ອນ​ຄວາມ​ສູງ​ຂອງ​ການບິນ​ຂອງ​ຍານ​ອະວະກາດ​ເລັກ​ໜ້ອຍ​ຕາມ​ຕົວຈຳ​ແນກ​ຂອງ​ໂຄຈອນ​ທີ່​ວັດ​ແທກ​ຢ່າງ​ຖືກຕ້ອງ,​ເຮັດ​ໃຫ້​ຍານ​ອະວະກາດ​ບິນ​ຕາມໂຄຈອນ​ປົກກະຕິ​ທີ່​ກຳນົດ​ໄວ້​ກ່ອນ​ຢ່າງ​ໝັ້ນທ່ຽງ,​ເພື່ອ​ຈະ​ໄດ້​ລົງ​ຈອດ​ຢູ່​ບ່ອນ​ທີ່​ກຳນົດ​ໄວ້​ກ່ອນ​ຢ່າງ​ຖືກຕ້ອງ​ໃນ​ເວລາ​ບິນ​ກັບ​ຄືນ​ໜ້າດິນ.