ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-15 17:47:39    
ຝ່າຍ​ຈີນ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຢູ່​ນານ​ຊິກ​ແຫ່ງ​ຣັດ​ເຊຍ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 13 ຕຸລາ ​ເມືອງນານ​ຊິກ​ຂອງກັຟກັສ​ເໜືອ​ແຫ່ງຣັດ​ເຊຍ​ໄດ້​ຖືກ​ພວກ​ກໍ່ການ​ຮ້າຍຫຼອນ​ໂຈ​ມຕີ,​ເຮັດ​ໃຫ້​ສາມັນ​ຊົນ​ຕາຍ​ແລະ​ບາດ​ເຈັບ. ວັນ​ທີ 15 ຕຸລາ ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍ​ຈີນ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ລາຍ​ນີ້,ສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ສາມັນ​ຊົນ​ແລະ​ຜູ້​ປະຕິບັດ​ກົດໝາຍ​ທີ່​ປະສົບ​ເຄາະ​ຮ້າຍ​ໃນ​ເຫດການ​ດັ່ງກ່າວ,​ພ້ອມ​ທັງສະ​ແດງ​ຄວາມ​ຖາມ​ຂ່າວ​ຕໍ່​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າພ້ອມ​ດ້ວຍ​ຜູ້​ບາດ​ເຈັບ.

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຍັງ​ກ່າວ​ວ່າ,ລັດຖະບານ​ຈີນ​ເດັດດ່ຽວ​ສະໜັບ​ສະໜູນ​ລັດຖະບານ​ຣັດ​ເຊຍ​ທີ່​ໄດ້​ໃຊ້​ມາດ​ຕະການ​ໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ,ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ​ແລະສະຖຽນ​ລະ​ພາບ​ສັງຄົມ,​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຝ່າຍຣັດ​ເຊຍ​ພາຍ​ໃນ​ຂອບ​ສອງ​ຕໍ່​ສອງ​ແລະ​ອົງການ​ຮ່ວມ​ມື​ຊຽງ​ໄຮ້,ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຮັກສາ​ຄວາມ​ສະຫງົບ​ຖາວອນ​ຂອງ​ສອງ​ປະ​ເທດ​ພ້ອມ​ດ້ວຍ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.