ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-17 11:15:55    
ກະ​ແສຂ່າວຕ່າງປະ​ເທດ​ວິຈານ​ຍານ​ອະວະກາດ​ເສິນ​ໂຈ່​ວ​ເລກ 6 ກັບ​ຄືນ​ສູ່ຫນ້າດິນ​ຢ່າງ​ສຳ​ເລັດ​ຜົນ

cri
  ຕາມ​ຂ່າວສານ​ຊິນ​ຮວາ,ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 17 ຕຸລາ,ຍານອະວະກາດ ບັນທຸ​ກຄົນ​ເສິນ​ໂຈ່​ວ​ເລກ 6 ຂອງ​ຈີນ​ໄດ້​ກັບ​ຄືນ​ສູ່​ຫນ້າດິນ​ຢ່າງ​ສຳ​ເລັດ​ຜົນ​ແລ້ວ,​ເຮັດ​ໃຫ້​ຂ່າວສານ​ຂອງ​ຫຼາຍປະ​ເທດ​​ເອົາ​ໃຈ​ໃສ່​ນຳ,ພາກັນອອກ​ຂ່າວ​ດ່ວນ​ຢ່າງ​ຕໍ່​ເນື່ອງ​ກັນ.

 ຂ່າວສານ​ອາ​ແອັຟ​ເປ​​ແຈ້ງ​ຂ່າວ​ວ່າ,ຍານ​ອະວະກາດ​ເສິນ​ໂຈ່​ວ​ເລກ 6 ​ໄດ້​ກັບ​ຄືນ​ສູ່​ຫນ້າດິນ​ຢ່າງ​ປອດ​ໄພ​ແລ້ວ,ນີ້​ແມ່ນບົດຫຼຸ້າສຸດ​ຂອງ​ຈີນທີ່​​ພະຍາ ຍາມ​​​ເປັນ​ມະຫາປັນ​ປະ​ເທດ​ອະວະກາດ​ໃນ​ທົ່ວ​ໂລກ.

 ຂ່າວສານ​ລອຍ​ເຕີ​ລາຍ​ງານ​ວ່າ,​ແຜນການ​ການບິນ​ອະວະກາດ​ຂອງ​ຈີນ​ແມ່ນ​ບັນລຸ​ຜົນ​ເປັນ​ຈິງ​ດ້ວຍທຶນ​ຫນ້ອຍ​.​ທົ່ວໂຄງການ​ເສິນ​ໂຈ່​ວຂອງ​ຈີນ​ໄດ້​ລົງທຶນ​ເກືອບ 2 ຕື້ 300 ລ້ານ​​ໂດ​ລາ​ສະຫະລັດ,ຈີນ​ໄດ້​ນຳ​ໃຊ້​ລູກ​ສອນ​ໄຟ​ຍານ​ສົ່ງລະບົບ​ຊາງ​​ເຈິ່ງ​ທີ່​ນັບ​ມື້ນັບ​ໄວ້​ໃຈ​ໄດ້​ຂອງຕົນ,ຍິງ​ສົ່ງ​ດາວ​ທຽມ 50 ກວ່າ​ຫນ່ວຍ​ຂຶ້ນ​ສູ່​ໂຄຈອນ.

  ຂ່າວສານ​ອາ​ເປ​ແລະ​ຂ່າວສານ​ເດ​ເປ​ອາ​ລາຍ​ງານ​ວ່າ,ການ​ທົດ​ລອງ​ທີ່​ນັກ​ບິນ​ອະວະກາດ​ໃນ​ຍານ​ອະວະກາດ​ເສິນ​ໂຈ່​ວ​ເລກ 6 ​ໄດ້​ແຜ້ວ​ທາງ​ໃຫ້​ແກ່​ແຜນການ​​ເດີນທາງ​ແລະຕິດ​ຕໍ່​ລະຫວ່າງ​ຫ້ອງຢູ່​ອະວະກາດແລະ​ຫ້ອງ​ທົດ​ລອງ​ຢູ່​ອະວະກາດ​ໃນ​ອະນາຄົດ.