ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-17 11:20:17    
ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ຂອງ 6 ປະ​ເທດ​ອາຊີ​ຊົມ​ເຊີຍ​ຜົນສຳ​ເລັດ​ທີ່​ຈີນ​ຍາດ​ມາ​ໄດ້​ໃນການ​ປະຕິ​ຮູບການ​ສຶກສາ​ຂອງ​ຈີນ

cri
ຕາມ​ຫນັງ​ສື​ພິມ​ການສຶກສາ​ຂອງ​ຈີນ​ລາຍ​ງານ​ວ່າ:ວັນ​ທີ 16 ຕຸລາ ຢູ່​ທີ່​ປັກ​ກິ່ງ,ທ່ານ​ໂຈ່​ວຈີ້ ລັດ​ຖະ​ມົນ​ຕີ​ກະຊວງ​ສຶກ​ສາ​ທິການ​ຈີນ​​ໄດ້​ແຍກ​ອອກ​ພົບ​ປະ​ລັດຖະມົນ​ຕີ​ກະຊວງ​ສຶກ​ສາ​ທິ​ການ​ຂອງ 6 ປະ​ເທດ​ຄື​ລາວ ຟິລິບ​ປິນ  ກາ​ຊັກ​ສະ​ຕັງ  ບັງ​ກາ​ລາ​ເດັດ ກຽກກິ​ສະຕັງ​ແລະ​ສ.ປ.ປ.ເກົາ​ຫຼີ.​ລັດ​ຖະ​ມົ​ນ​ຕີ 6 ທ່ານ​ໄດ້ຊົມ​ເຊີຍຜົນສຳ​ເລັດ​ທີ່​ຈີນ​ຍາດ​ມາ​ໄດ້​ໃນການ​ປະຕິ​ຮູ​ບການ​ສຶກສາ​ຂອງ​ຈີນ

ລັດຖະມົນຕີ 6 ທ່ານ​ດັ່ງກ່າວ​ນີ້ແມ່ນມາ​ເຂົ້າ​ຮ່ວມກອງ​ປະຊຸມ​​ເວທີ​ປາ​ໄສ​ປັກ​ກິ່ງ​ການ​ສຶກສາ​ອາຊີ​ປີ 2005.​ໃນ​ເວລາ​ພົບ​ປະ,ພວກ​ທ່ານ​ກ່າວວ່າ,ການ​ຢ້ຽມຢາມ​ຈີນ​ຂອງ​ພວກ​ທ່ານ​ເທື່ອ​ນີ້​​ໄດ້​ມີ​ພາບ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ,​ນັ້ນ​ກໍ​ຄື ລັດຖະບານ​​ແລະ​ວົງ​ການ​ຕ່າງໆ​ຂອງ​ສັງ​ຄົມ​ຈີນ​ລ້ວນ​ແຕ່​ເອົາ​ໃຈ​​ໃສ່​ທີ່​ສຸດ​ນຳ​ການ​ສຶກສາ.ພວກ​ທ່ານ​ຫວັງ​ໃຫ້​ຈີນ​ເພີ່ມ​ຈຳນວນ​​ນັກ​ສຶກ​ສາ​ນອກ​ທຶນ​ຫຼວງ,​ແລະ​ດຳ​ເນີນ​ການຮ່ວມ​ມື​ສິດສອນ​ພາສາ​ຈີນ​ຕື່ມອີກ,ຊຸກຍູ້​ໃຫ້​ຊາວ​ຫນຸ່ມ​ແລະ​ຜູ່​ເຮັດ​ວຽກ​ການ​ສຶກສາ​ຂອງ​ປະ​ເທດ​ຕົນ​​ເຂົ້າ​ໃຈ​ພາສາ, ​ປະ​ຫວັດ​ສາດ​ແລະ​ວັດ​ທະນະ​ທຳ​ດັ້ງ​ເດີມຂອງ​ຈີນ​ຕື່ມ​ອີກ