ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-20 21:16:01    
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຈີນ​ກ່າວ​ລື້​ມວ່າ,ລັດຖະບານ​ຈີນ​ເດັດດ່ຽວ​ຄັດຄ້ານ​ທ່ານ​ລີ​ເຕີ່ງ​ຫຸ່ຍ​ໄປດຳ​ເນີນ​ການ​ເຄື່ອນ​ໄຫວທີ່​ແບ່ງ​ແຍກ​ຈີນ​ຢູ່​ບັນດາປະ​ເທດຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ

cri Author: da
ຕາມ​ຂ່າວCRI​: ວັນ​ທີ 20 ຕຸລາ ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ ທ່ານ​ຂົງສວນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ລື້​ມວ່າ, ລັດຖະບານ​ຈີນ​ເດັດດ່ຽວ​ຄັດຄ້ານ​ທ່ານ​ລີ​ເຕີ່ງ​ຫຸ່ຍ​ໄປດຳ​ເນີນ​ການ​ເຄື່ອນ​ໄຫວທີ່​ແບ່ງ​ແຍກ​ຈີນ​ຢູ່​ບັນດາປະ​ເທດຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ.

ຕາມ​ຂ່າວ​ແຈ້ງວ່າ,ປະຈຸ​ບັນ ທ່ານ​ລີ​ເຕີ່ງ​ຫຸ່ຍ​ພວມ​ເຄື່ອນ​ໄຫວ​ຢູ່​ອາ​ເມ​ລິ​ກາ,​ແລະ​ໄດ້​ກ່າວ​ຖ້ອຍ​ຄຳ​ທີ່ທຳລາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ຂົງສວນ​ກ່າວວ່າ,ທ່ານ​ລີ​ເຕີ່ງ​ຫຸ່ຍ ທີ່​ເປັນ"ຜູ້​ກໍ່​ຄວາມ​ຫຍຸ້ງຍາກ"​ໄດ້​ທຳລາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ດ້ວຍ​ການ​ກະທຳ​ຊົ່ວ​ຊ້າ​ຕັ້ງຫຼາຍ​ເທື່ອ,​ເປີດປ່າວ​"ການ​ແຍກ​​ໄຕ້​ຫວັນ​ໃຫ້​ເປັນ​ເອກະ​ລາດ",ທຳລາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ ທຳລາຍສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາ​ຊີປາຊິ​ຟິກ.ຝ່າຍ​ຈີນ​ໄດ້​ຕໍ່​ວ່າຕໍ່​ຂານ​ຢ່າງ​ເຄັ່ງ​ຂືມຕໍ່​ຝ່າຍ​ອາ​ເມ​ລິ​ກາ​ແລ້ວ.