ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-20 21:24:44    
ນັກ​ປາດ​ຂອງ​ສອງ​ຝັ່ງ​ລະ​ລຶກ​ໄຕ້​ຫວັນ​​ກັບຄືນ​ຄົບ​ຮອບ 60 ປີຢູ່​ນະຄອນ​ຊຽງ​ໄຮ້

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 25 ຕຸລາ ປີ 1945,​ໄຕ້​ຫວັນ​ໄດ້​ສິ້ນ​ສຸດ​ການ​ປົກຄອງ​ແບບ​ລ່າ​ເມືອງ​ຂຶ້ນ​ຂອງ​ຍີ່ປຸ່ນທີ່​ຍືດ​ເຍືອ​ມາ 50 ປີ,​ໄຕ້​ຫວັນ​ໄດ້​ກັບ​ຄືນ​ສູ່​​ປິຕຸພູມ.​ເນື່ອງ​ໃນ​ໂອກາດ​ວັນ​ລະ​ລຶກ​ໄຕ້​ຫວັນ​ກັບຄືນ​ຄົບຮອບ 60 ປີ​ໃກ້​ຈະ​ວຽນມາ​ເຖິງ,ວັນ​ທີ 20 ຕຸລາ ນັກປາດ​ຂອງ​ສອງ​ຝັ່ງ​ໄດ້​ຈັດ​ງານ​ສຳ​ມະ​ນາວິຊາ​ການຢູ່​ນະຄອນ​ຊຽງ​ໄຮ້,ສະຫຼອງ​ກາ​ລະ​ເວລາ​ທີ່​ມີ​ຄວາມ​ໝາຍ​ລະ​ລຶກດັ່ງກ່າວ,​​ແລະຈ້ອງ​ມອງ​ພາບ​ອະນາຄົດ​ແຫ່ງ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ.

ນັກປາດ​ຂອງ​ສອງ​ຝັ່ງ​ທີ່​​ເຂົ້າຮ່ວມ​ງານ​ສຳ​ມະ​ນາ ​ໄດ້​ທົບ​ທວນ​ປະຫວັດ​ສາດ​ປະຊາຊົນ​ໄຕ້​ຫວັນຕໍ່ຕ້ານການ​ປົກຄອງ​​ແບບລ່າ​ເມືອງ​ຂຶ້ນ​ຂອງ​ຍີ່ປຸ່ນ,ພ້ອມ​ດ້ວຍຄວາມ​ໝາຍ​ອັນ​ຍິ່ງ​ໃຫຍ່​ທີ່​ໄຕ້​ຫວັນ​ໄດ້​ກັບຄືນສູ່​ປິຕຸ​ພູມ. ນັກປາດ​ທັງຫຼາຍເປັນ​ເອກະ​ສັນ​ກັນ​ເຫັນວ່າ,ການ​ຫວນ​ຄືນ​ແລະ​ສຳ​ຫຼວດປະຫວັດສາດ​ຕອນ​ນີ້​ຄືນ​ໃໝ່ຢ່າງ​ຈິງ​ຈັງ​ນັ້ນ,​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຊຸກຍູ້​ການພົວພັນ​ລະຫວ່າງ​ສອງ​ຝັ່ງ​ໃຫ້​ຂະຫຍາຍຕົວ ​ແລະ​ຊຸກຍູ້​​ໃຫ້ປະຊາ​ຊາດ​ຈີນ​​ໂຮມເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ.