ຕາມຂ່າວCRI: ງານເອັກສ໌ໂປຈີນອາຊຽນຄັ້ງທີ 2 ທີ່ໄຂຂຶ້ນຢູ່ນະຄອນນານນິງ ເທດສະບານເຂດກວາງຊີຈີນໄດ້ອັດລົງແລ້ວໃນວັນທີ 22 ຕຸລາ.ໃນງານຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດຽວກັນ,ທ່ານລີຈິນຈາວ ຮອງປະທານ ທັງເປັນເລຂາທິການຄະນະກຳມະການຈັດຕັ້ງງານເອັກສ໌ໂປ ຮອງປະທານເຂດກວາງຊີເຜົ່າຈ້ວງປົກຄອງຕົນເອງເວົ້າວ່າ,ງານເອັກສ໌ໂປຈີນອາຊຽນຄັ້ງນີ້ແມ່ນງານມະໂຫລານຄັ້ງໜຶ່ງທີ່ສຳເລັດຜົນທີ່ສຸດ,ໄດ້ລົງເລິກການຮ່ວມມືແລະການແລກປ່ຽນລະຫວ່າງຈີນກັບອາຊຽນຕື່ມອີກ,ສະແດງໃຫ້ເຫັນປະສິດທິຜົນ" 10 ບວກ 1 ໃຫຍ່ກວ່າ 11" ໃນເບື້ອງຕົ້ນ,ແລະເປີດກວ້າງອິດທິພົນຂອງຈີນແລະອາຊຽນໃນຖານເປັນອົງກອນດຽວຢູ່ໃນໂລກ.
ທ່ານລີຈິນຈາວແນະນຳວ່າ, ວິສາຫະກິດ 2000 ແຫ່ງທີ່ມາຈາກຈີນ 10 ປະເທດອາຊຽນແລະປະເທດອື່ນໄດ້ເຂົ້າຮ່ວມງານເອັກສ໌ໂປຄັ້ງນີ້.ໃນໄລຍະ 4 ມື້,ຍອດມູນຄ່າການຄ້າ ນັບລວມເຂົ້າກັນແລ້ວໄດ້ບັນລຸ 1 ຕື້ 150 ລ້ານໂດລາສະຫະລັດ,ໄດ້ເຊັນໂຄງການຮ່ວມມື 126 ໂຄງການ,ເຊິ່ງມີມູນຄ່າ 5 ຕື້ 290 ລ້ານໂດລາສະຫະລັດ. ກອງປະຊຸມສຸດຍອດການຄ້າແລະການລົງທຶນຈີນອາຊຽນຄັ້ງທີ 2 ທີ່ຈັດຂຶ້ນພ້ອມກັບງານເອັກສ໌ໂປ,ໄດ້ຊອກຄົ້ນຫົວຂໍ້ການໄຂແລະການພັດທະນາຂອງຕະຫຼາດລະຫວ່າງຈີນກັບປະເທດອາຊຽນ ແລະບັນຫາອື່ນໆ.
ງານເອັກສ໌ໂປຈີນອາຊຽນຄັ້ງນີ້ໄດ້ຮັບຄວາມເອົາໃຈໃສ່ໃນລະດັບສູງຈາກຈີນແລະບັນດາປະເທດອາຊຽນ.ທ່ານເຈີນຊິງຮຸງ ຮອງປະທານປະເທດຈີນ,ທ່ານຈູມມະລີ ໄຊຍະສອນ ຮອງປະທານປະເທດລາວ, ທ່ານຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ,ທ່ານໂຊວິນ ນາຍົກລົດຖະມົນຕີມຽນມາ,ທ່ານສົມຄິດ ຈະຕຸສີພິທັກ ຮອງນາຍົກລັດຖະມົນຕີໄທ ແລະທ່ານຫງວຽນກິງຢົງ ຮອງນາຍົກລັດຖະມົນຕີຫວຽດນາມໄດ້ເຂົ້າຮ່ວມພິທີໄຂງານເອັກສ໌ໂປຈີນອາຊຽນແລະກອງປະຊຸມສຸດຍອດການຄ້າແລະການລົງທຶນຈີນອາຊຽນ.
|