ຕາມຂ່າວcri:ວັນທີ22ຕຸລາ,ຢູ່ທີ່ປັກກິ່ງ,ຜູ່ຊ່ຽວຊາວປະຫວັດສາດທີ່ເຂົ້າຮ່ວມ"ກອງປະຊຸມສົນທະນາລະລືກສົງຄາມປະຊາຊົນອາຊີຕໍ່ຕ້ານຍີ່ປຸ່ນ ໄດ້ຮັບໄຊຊະນະຄົບຮອບ60ປີ"ໄດ້ຮຽກຮ້ອງວ່າ,ໃນໂລກປະຈຸບັນ,ປະຊາຊົນອາຊີຍັງຄວນຖືປະຫວັດສາດເປັນແວ່ນແຍງ,ທຳຄວາມພະຍາຍາມເພື່ອປົກປັກຮັກສາສັນຕິພາບຂອງໂລກແລະຊຸກຍູ້ການພັດທະນາພ້ອມກັນ.
ສະພາບັນດິດວິທະຍາສາດສັງຄົມຈີນເປັນເຈົ້າພາບງານຈົນທະນາເທື່ອນີ້,ຜູ່ຊ່ຽວຊານແລະນັກປາດ50ຄວ່າທ່ານຂອງປະເທດອາຊີທີ່ເຄີຍເຂົ້າຮ່ວມການຕໍ່ສູ້ຕ້ານການຮຸກຮານຂອງຍີ່ປຸ່ນເຊັ່ນ,ຈີນ ສ.ເກົາຫຼີ ໄທ ຫວຽດນາມ ສິງກະໂປເປັນຕົ້ນຄົນໄດ້ເຂົ້າຮ່ວມກອງປະຊຸມເທື່ອນີ້.ພວກທ່ານໄດ້ອະພິປາຍກັນກ່ຽວກັບຍີ່ປຸ່ນຮຸກຮານປະເທດອາຊີໃນສະໃໝ່ມໍ່ແລະໃຫ້ປະຊາຊົນອາຊີມີຄວາມຮັບຮູ້ຄືກັນຕໍ່ປະຫວັດສາດເປັນຕົ້ນ.
ຜູ່ຊ່ຽວຊານຮຽກຮ້ອງປະຊາຊົນທະວີບອາຊີຄວນສືບຕໍ່ຮັກສາແລະເສີມຂະຫຍາຍຄວາມສາມັກຄີມິດຕະພາບແລະມູນເຊື້ອອັນມີກຽດທີ່ຈໍ່ຕົວຂຶ້ນໃນປະຫວັດຕໍ່ຕ້ານການຮຸກຮານຂອວງຟັດຊິດ,ພະຍາຍາມກໍ່ສ້າງສະຖານະພາບໃໝ່ທີ່ອາຊີພັດທະນາໂດຍສັນຕິ.
|