ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-22 21:06:17    
ອົງການນິຕິບັນຍັດ​ຂອງ​ຈີນ​ພິຈາລະ​ນາ​ຮ່າງ《ກົດ​ໝາຍ​ສິດ​ວັດ​ຖຸ​ສິ່ງ​ຂອງ》​ເປັນ​​ເທື່ອ​ທີ​4

cri

ຕາມ​ຂ່າວcri:ວັນ​ທີ22​ຕຸລາ, ຄະນະ​​ປະຈຳ​ສະພາ​ປະ​ຊາ​ຊົນ​​ແຫ່ງ​ຊາດຈີນ​​ເຊິ່ງ​ເປັນ​ອົງການ​ນິຕິ​ບັນຍັດ​ຂອງ​ຈີນ​ໄດ້​ເລີ່​ມພິຈາ​ລະນາ​ຮ່າງ《ກົດ​ໝາຍ​ສິດ​ວັດຖຸ​ສິ່ງ​ຂອງ》ທີ່​ປະຊາ​ຊົນ​ສົນ​​ໃຈ​ຫຼາຍ​ເປັນ​​ເທື່ອ​ທີ4.

《ກົດ​ໝາຍ​ສິດ​ວັດຖຸ​ສິ່ງ​ຂອງ》ມີ​ຈຸດປະສົງປົກ​ປັກ​ຮັກສາ​ຊັບ​ສິນ​ຂອງ​ລັດ ​ໝູ່​ແລະ​ເອກະ​ຊົນຢ່າງ​ສະ​ເໝີ​ພາບ.ຍ້ອນການ​ປະກາດ​ໃຊ້​ກົດໝາຍ​ສະບັບ​ນີ້​ຈະ​ບູລະ​ນະລະ​ບອບ​ກົດ​ໝາຍ​ທີ່​ປົກ​ປັກ​ຮັກສາ​ຊັບ​ສົມບັດ​ເອກະ​ຊົນ​ຂອງ​ຈີນ​ໃຫ້ສົມບູນ,ດັ່ງ​ນັ້ນ​ທົ່ວ​ສັງ​ຄົມສົນ​ໃຈ​​ຫຼາຍ.ຮ່າງ​ກົດ​ໝາຍ​ນອກ​ຈາກ​ໄດ້​​ເວົ້າ​ເຖິງ​ການ​ປົກ​ປັກຮັກ​ສາສັງ​ຫາລິ​ມະ​ຊັບ​ແລະອະ​ສັງ​ຫາ​ລິ​ມະ​ຊັບ​ແລ້ວ,ຍັງ​ເວົ້າ​ເຖິງ​ບັນຫາ​ຈຸດ​ຮ້ອນຫຼາຍ​ຂໍ້​​ໃນ​ສັງຄົມ​ຈີນ,​ເຊັ່ນ,​​ທີ່ດິນ​ຂອງ​ຊາວ​ກະສິ​ກອນ​ຖືກ​ເກນ​ໃຊ້,​ເຮືອນ​ຢູ່​ຂອງ​ໄທເມືອງ​ຖືກ​ມ້າງ​​ເພື່ອ​ຈຸດປະ​ສົງ​ອື່ນເປັນ​ຕົ້ນ.