ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-22 21:13:32    
ສື່​ມວນ​ຊົນ​ຮົງ​ກົງ​ເຫັນ​ວ່າ ​ແຜນການ​​ພັດທະນາລະບອບ​ການ​ເມືອງ​​ແທດ​ເມາະປະ​ຕິ​ບັດ​ໄດ້​

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ19 ຕຸລາ,ອົງການ​ປົກຄອງ​​ເຂດ​ບໍລິຫານ​ພິ​ເສດຮົງ​ກົງ​ປະກາດ​ບົດ​ລາຍ​ງານ​ເລກທີ5ກ່ຽວ​ກັບ​ວິທີ​ກຳ​ເນີ​ດ​ຜູ້​ວ່າບໍລິຫານ​ປີ2007​ແລະ​ສະພາ​ນິຕິບັນຍັດ​ປີ2008,ວັນ​ທີ22 ຕຸລາ,ຫນັງສືພິມ​ຈຳນວນ​ຫນຶ່ງຂອງ​ຮົງ​ກົງ​ສືບ​ຕໍ່​ພິມ​ບົດວິຈານ,​ເຫັນ​ວ່າ​ແຜນການ​ສະບັບ​ນີ້​ແມ່ນ​ແຜນການ​ກະ​ແສ​ຫລັກ​ທີ່​ໄດ້​ຂໍ​ຄວາມ​ເຫັນແລະ​ໄດ້​ຮັບຄວາມ​ເຫັນ​ດີ​ຢ່າງ​ກວ້າງຂວາງ,​​ແມ່ນ​ແທດ​ເມາະ​ແລະປະຕິບັດ​ໄດ້.

ຫນັງສື​ພິມ​​ເວິນ​ຮຸ້ຍປ້າວຂອງຮົງ​ກົງ​ໄດ້​ພິມ​ບົດວິຈານ​ຊີ້​ອອກ​ວ່າ,​ແຜນການພັດທະນາລະບອບ​ການ​ເມືອງ​ສອດຄ່ອງກັບ"ຫນຶ່ງ​ປະ​ເທດມີສອງ​ລະບອບ",ກົດຫມາຍ​ພື້ນຖານ​ແລະ​ການ​ຕົກລົງ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ,ສອດຄ່ອງ​ກັບສະພາບຕົວ​ຈິງຂອງຮົງກົງ​ແລະ​ຫລັກການ​ທີ່​ຄ່ອຍ​ເປັນ​ຄ່ອຍ​ໄປ​ແລະ​ເຂົ້າ​ຮ່ວມ​ຢ່າງສະ​ຫມ່ຳສະ​ເຫ​ນີ.ຫນັງສືພິມ​ຕ້າກົ່ງປ້າວຂອງ​ຮົງ​ກົງ​ວິຈານວ່າ,​ແຜນການ​ປະຕິ​ຮູບ​ການ​ເມືອງ​ຍ່າ​ງບາດກ້າວໃຫຍ່​ທີ່​ມີ​ລັກສະນະ​ທາດ​ແທ້​ໄປ​ສູ່​ປະຊາທິປະ​ໄຕ,​ແຕ້ມ​ຜັງ​ແລະ​ຊີ້​​ທິດຂອງການ​ພັດທະນາ​ລະບອບ​ການ​ເມືອງ​ເຂດ​ບໍລິ​ຫານ​ພິ​ເສດ​ໃນ​ອະນາຄົດ.