ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-24 17:32:43    
ທ່ານ​ຫຼີ​ຊຽນ​ລຸງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ເດີນ​ທາງ​ມາ​ຮອດ​ປັກ​ກິ່ງ​ເພື່ອ​ຢ້ຽມ​ຢາມ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ບ່າຍ​ວັນ​ທີ24 ຕຸລາ, ທ່ານຫຼີຊຽນລົງ ນາຍົກ​ລັດ ຖະມົນຕີ​ສິງ​ກະ​ໂປ​ໄດ້​ເດີນທາງ​ຮອດ​ປັກ​ກິ່ງ​, ​ເລີ່​ມຢ້ຽມຢາມ​ຈີນ​​ເປັນເທື່ອ​ທຳ​ອິດ​ແຕ່​ທ່ານ​ດຳ​ລົງ​ຕຳ​ແໜ່ງ​ນາຍົກ​ລັດຖະມົນຕີ​ເປັນ​ຕົ້ນ​ມາ.

ທ່ານຫຼີຊຽນລຸງ​ແມ່ນ​ມາ​ຢ້ຽມຢາມ​ຈີນ​ຕາມຄຳ​​ເຊິ​ນຂອງ​ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະມົນຕີ​ຈີນ.

ຫວ່າງ​ມໍ່ໆ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ຫຼີ​ຊຽນ​ລຸງ​ເວົ້າ​ວ່າ, ປະຈຸ​ບັນ, ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ສິງ​ກະ​ໂປ​ແມ່ນ​ດີ​ທີ່​ສຸດ, ມີ​ກຳລັງ​ບົ່ມຊ້ອນ​ອັນ​ມະຫາສານ​ໃນ​ດ້ານການ​ຮ່ວມ​ມືກັນ. ​ທ່ານ​ຫຼີ​ຊຽນ​ລຸງ​ຍັງ​ກ່າວ​ເນັ້ນ​ວ່າ, ສິງກະ​ໂປ​ຍຶດໝັ້ນ​ນະ​ໂຍບາຍ​ປະ​ເທດ​ຈີນ​ດຽວ​​ໂດຍ​ຕະຫຼອດ, ຄັດຄ້ານ​​ໄຕ້​ຫວັນ​ເປັນ​ເອກະລາດ.

ປີ​ນີ້​ແມ່ນ​ປີ​ທີ່​ຈີນ​ກັບ​ສິງກະ​ໂປ​ສ້າງ​ການ​ພົວພັນ​ການ​ທູດ​ຄົບຮອບ 15 ປີ.