ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-25 18:26:23    
ວົງ​ການ​ຕ່າງໆ​ຂອງ​ເກາະ​ໄຕ້​ຫວັນ​ລະ​ລຶກການ​ກອບ​ກູ້​​ເອົາໄຕ້​ຫວັນ​ຄືນຄົບຮອບ 60 ປີ​ດ້ວຍ​ຮູບ​ການ​ຕ່າງໆ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 25 ຕຸລາ ​ແມ່ນ​ວັນ​ລະ​ລຶກການ​ກອບ​ກູ້​ເອົາ​ໄຕ້​ຫວັນ​ຄືນ,ວົງ​ການ​ຕ່າງໆຢູ່​ເກາະ​ໄຕ້​ຫວັນ​ໄດ້​ພາກັນ​ລະ​ລຶກວັນ​ທີ່​ມີ​ຄວາມ​ໝາຍສຳຄັນ​ໃນ​ປະ​ຫວັດ​ສາດ​ຂອງປະຊາ​ຊາດ​ຈີນ​ດ້ວຍ​ຮູບ​ການ​ຕ່າງໆ.

ຕາມ​ສື່​ມວນ​ຊົນ​ເກາະ​ໄຕ້​ຫວັນ​ລາຍ​ງານ​ວ່າ, ຢູ່​ນອກ​ຕຶກ​ອົງການພັກ​ກົກ​ມິນ​ຕັງ​ຈີນ​ໄດ້​ຕິດ​ຮູບ​ແຜ່ນ​ໃຫຍ່​ຂອງ​ບຸກຄົນ​ໄຕ້​ຫວັນ​ຜູ້ສະຫຼະ​ຊີວິດ​​ໃນ​ການ​ຕໍ່ຕ້ານ​ຍີ່ປຸ່ນ. ວັນ​ທີ 25 ຕຸລາ,ທ່ານ​ຊົ້ງສູ​ອີ ປະທານ​ພັກ​ຊິນ​ມິນ​​ໄດ້​ນຳພາ​ບຸກຄົນພາ​ຍ​ໃນ​ພັກ,ຮັບ​ຟັງ​ການ​ກ່າວ​ປາຖະກະ​ຖາ​​ທີ່​ກ່ຽວຂ້ອງ​ຂອງ​ນັກ​ປະ​ຫວັດ​ສາດ. ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ ທ່ານ​ຊົ້ງສູ​ອີ​ກ່າວ​ວ່າ,​ແຕ່​ໃດ​ມາ ​ໄຕ້​ຫວັນ​ກໍ​​ເຊື່ອມ​ສະໜິດ​ຕິດ​ພັນ​ກັນກັບ​ແຜ່ນດິນ​ໃຫຍ່​ຈີນ,ຄວາມ​ຈິງ​ໃນປະ​ຫວັດສາດ ​ແມ່ນ​ບິດ​ເບືອນຕາມ​ທັດສະນະ​ການ​ເມືອງບໍ່​ໄດ້.

ວົງ​ການ​ຕ່າງໆ​ຢູ່​ເກາະ​ໄຕ້​ຫວັນ​ຍັງ​​ໄດ້ຈັດຕັ້ງການ​ເຄື່ອນ​ໄຫວ​ລະ​ລຶກດ້ວຍ​ຮູບ​ການ​ອື່ນໆ.