ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-27 21:04:11    
ຈີນ​ຮຽກຮ້ອງ​ໃຫ້​ຍີ່​ປຸ່ນ​​ປະຕິບັດຄຳ​ຫມັ້ນ​ສັນຍາ​ສຳ​ຫຼວຕົນ​ເອງກ່ຽວ​ກັບສົງຄາມ​ຮຸກ​ຮານ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຕົວ​ຈິງ

cri
ຕາມ​ຂ່າວ CRI   ວັນ​ທີ 27 ຕຸລາ ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​​ເປັນ​ປະຈຳ​ຢູ່​ປັກ​ກິ່ງ,ທ່ານຂົງຊວນ ​ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ຍີ່​ປຸ່ນປະຕິບັດ​​ຄຳ​ຫມັ້ນ​ສັນຍາ​ສຳ​ຫຼວດຕົນ​ເອງກ່ຽວ​ກັບ ສົງຄາມ​ຮຸກ​ຮານ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຕົວ​ຈິງ,ຢ່າ​ເຮັດ​ເລື່ອງ​ທີ່​ບາດ​ໃຈ​ປະ ຊາຊົນ​ຈີນ​ອີກ  

ທ່ານ​ຂົງຊວນ​ກ່າວ​ວ່າ,ທ່ານ​ໂຄ​ອີ​ຈູ​ມີ ຈູ​ນີຊີ​ໂລ ນາຍົກລັດຖະມົນຕີຍີ່ປຸ່ນ​ໄປ​ນະມັດສະການ​ວັດ​ຢາ​ຊືຄູ​ນີທີ່​ຕັ້ງ​ປ້າຍບູຊາ​ອາ​ຊະ​ຍາກ​ອນສົງຄາມຊັ້ນ​ກທຸກ​ປີ​ນັ້ນ​ໄດ້ທຳລາຍພື້ນຖານ​ການ​ເມືອງ​​ແຫ່ງ​ການ​ພົວພັນ​ລະຫວ່າງຈີນກັບ​ຍີ່​ປຸ່ນ, ກໍ່​ສິ່ງ​ອຸບປະສັກ​ຂັດຂວາງ​ອັນ​ຫນັກຫນ່ວງ​ໃຫ້​ແກ່​ການ​ຂະຫຍາຍ​ການ​ພົວພັນ​ຈີນ​ຍີ່​ປູ່​ນ​ໃຫ້​ເປັນ​ປົກກະຕິ.

 ທ່ານ​ຂົງຊວນ​ກ່າວ​ວ່າ,​ຝ່າຍ​ຍີ່​ປຸ່ນຄວນ​​ຮູ້​ຈັກຄວາມະ​ຫນັກຫນ່ວງ​ຂອງ​ສະພາບວະ​ການຢ່າງ​ແທ້​ຈິງ,​​ປະຕິບັດ​ຄຳ​ຫມັ້ນ​ສັນຍາ​ສຳ​ຫຼວດຕົນ​ເອງ​ກ່ຽວ​ກັບ​ສົງຄາມ​ຮຸກ​ຮານ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຕົວ​ຈຶ່ງ​ຢ່າງ​ແທ້​ຈິງ​ເພື່ອ​ໃຫ້​ໄດ້ຮັບຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກປະ​ເທດ​ອ້ອມ​ຂ້າງ​​​ໃນ​ອາຊີ​ແລະ​ປະຊາ​ຄົມ​ໂລກ​ຢ່າງ​ແທ້​ຈິງ