ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-02 15:29:33    
ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ລັດຖະບານ​ຈີນ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ຢ່າງ​ສຸດ​ເຊິ້ງຕໍ່​ທ່ານ​ມາ​ເຮີ້​ຫຼີງ​​ເຖິງ​ແກ່​ກຳ

cri Author: da
​ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 2 ພະຈິກ ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ ລັດຖະບານ​ຈີນ​ໄດ້​ຕອບ​ຄຳຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບທ່ານ​ມາ​ເຮີ້​ຫຼີງ​​ເຖິງ​ແກ່​ກຳຢູ່​ໄຕ້​ຫວັນ​ວ່າ,ພວກ​ຂ້າພະ​ເຈົ້າສະ​ແດ​ງຄວາມ​ເສົ້າສະຫຼົດ​ໃຈຢ່າງ​ສຸດເຊິ້ງຕໍ່​ທ່ານ​ມາ​ເຮີ້​ຫຼີງ​​ເຖິງ​ແກ່​ກຳ,ທັງ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ຕໍ່​ທ່ານ​ມາ​ຢີງຈູ​ວ ປະທານ​ພັກ​ກົກ​ມິນ​ຕັງ​ຈີນ​ແລະຍາດ​ພີ່ນ້ອງ​ອື່ນ​ຂອງ​ທ່ານມາ​ເຮີ້​ຫຼີງ. ​​ໃນ​ຍາມ​ເພິ່ນ​ຍັງ​ມີ​ຊີວິດ​ຢູ່,ທ່ານ​ມາ​ເຮີ້​ຫຼີງຍຶດໝັ້ນຫຼັກການ​ຈີນ​ດຽວ ຄັດຄ້ານ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ຂອງອິດ​ທິກຳລັງ​ໄຕ້​ຫວັນເປັນ​ເອກະລາດ,ສະ​ແຫວ​ງຫາ​ໃຫ້​ທ້ອນ​ໂຮມ​ຈີນເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ. ​ໃນ​ຫຼາຍ​ປີ​ມາ​ນີ້, ​ເຖິງ​ວ່າ​ທ່ານ​ມາ​ເຮີ້​ຫຼີງ ອາຍຸ​ສູງ​ແລ້ວກໍ​ຕາມ,ທ່ານ​ຍັງ​ອອກ​ແຮງ​​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຊ່ອງ​ແຄບ​ສອງ​ຝັ່ງ,ທັງ​ນີ້​ເປັນ​ໜ້າ​ໂຄລົບ​ນັບຖື​.

ທ່ານ​ມາ​ເຮີ້​ຫຼີງ ​ແມ່ນພໍ່​ຂອງ​ທ່ານ​ມາ​ຢິງຈູ​ວ ປະທານ​ພັກ​ກົກ​ມິນ​ຕັງ​ຈີນ​ໄດ້​ເຖິງ​ແກ່​ກຳ​ຍ້ອນ​ພະຍາດ​ຢູ່​ໄຕ້​​ເປ​ໃນເວລາ 7 ​ໂມງ 15 ນາທີ ຕອນ​ຄ່ຳ​ວັນ​ທີ 1 ພະຈິກ,ລວມອາຍຸ 85 ປີ.ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ສະມາຄົມ​ການ​ພົວພັນ​ສອງ​ຝັ່ງຊ່ອງ​ແຄບ ​ແຂວງ​ຫູ​ນານ​ແລະ​ເມືອງ​ຊ່ຽງ​ຖານ ບ້ານ​ເກີດ​ຂອງ​ທ່ານ​ມາ​ເຮີ້​ຫຼີງຕ່າງ​ໄດ້​ສະ​ແດງ​ຄວາມ​ໄວ້ອາ​ໄວ​ເຖິງ​ທ່ານ​ມາ​​ເຮີ້ຫຼີງ​ເຖິງ​​ແກ່​ກຳ​ດ້ວຍ​ຊ່ອງ​ທາງ​ຕ່າງໆ​ແລະ​ຮູບ​ການ​ຕ່າງໆ.