ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-04 16:17:23    
ບຸກ​ຄົນ​ວົງ​ການ​ທ່ອງ​ທ່ຽວ​ໄຕ້​ຫວັນ​ກ່າວ​ວ່າ ພີ່​ນ້ອງ​ຮ່ວມ​ຊາດ​ຂອງ​ແຜ່ນ​ດິນ​ໃຫຍ່​​ໄປທ່ຽວ​ໄຕ້​ຫວັນ​ ແມ່ນ​ເລື່ອງ​ທີ່​ເພິ່ງ​ປາ​ຖະ​ໜາ​​ແລະກໍ​ແມ່ນ​ໂອ​ກາດ​ການ​ຄ້າ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ຫຼາຍ​ມື້​ມາ​ນີ້ ຄະນະ​ທັດສະນະ​ສຶກສາ​ການທ່ອງ​ທ່ຽວ​ຂອງແຜ່​ນດິນ​ໃຫຍ່​ທີ່​ໄປໄຕ້​ຫວັນ ​ໄດ້​ຮັບ​ຄວາ​ມຊົມ​ເຊີຍ​ແລະ​ການ​ຕ້ອນຮັບຢ່າງ​ສຸດ​ຈິດ​ສຸດ​ໃຈຈາກ​ວົງ​ການທ່ອງທ່ຽວ​ໄຕ້​ຫວັນ. ບຸກຄົນ​ວົງ​ການທ່ອງທ່ຽວ​ຂອງ​ໄຕ້​ຫວັນ​ທະຍອຍ​ກັນ​ກ່າວ​ວ່າ,ການ​ອະນຸຍາດ​ໃຫ້​ປະຊາຊົນ​ແຜ່​ນດິ​ນ​ໃຫຍ່​ທ່ຽວ​ຊົມ​ໄຕ້​ຫວັນ ແມ່ນ​ເລື່ອງ​ຖືກ​ໃຈ​ຄົນ​​ແລະກໍ່​ແມ່ນ​ໂອກາດ​ການ​ຄ້າ.

ທ່ານ​ຈັ່ງ​ເຊ​​ເລົາ​ ປະທານ​ສະມາ​ຄົມ​ທັດສະນາ​ຈອນ​ໄຕ້​ຫວັນ​ກ່າວ​ວ່າ, ຄະນະ​ທັດ​ສະນະ​ສຶກສາ​ການ​ທ່ອງ​ທ່ຽວ​ຂອງແຜ່​ນດິນ​ໃຫຍ່​ມາໄຕ້​ຫວັນ,​ໄດ້​ເລັ່ງລັດ​ບາດກ້າວ​ແລກ​ປ່ຽນ​ທີ່​ມີ​ລັກສະນະ​ທາດ​ແທ້​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ສອງ​ຝັ່ງ,​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ຈິງ​ໃຈ​ຂອງ​ແຜ່ນ​ດິນ​ໃຫຍ່​ໃນ​ການ​ຊຸກຍູ້​ໃຫ້​ສອງ​ຝັ່ງ​ໄປມາ​ທ່ອງ​ທ່ຽວ​ເຊິ່ງກັນ​ແລະ​ກັນ.

ທ່ານ​ລີ​ຊິງ​ຊົງ ຜູ້ອຳ​ນວຍ​ການ​ໃຫຍ່​ຂອງ​ສຳນັກ​ງານ​ທ່ອງ​ທ່ຽວ​ຕົງ​ນານ ຊຶ່ງ​ແມ່ນ​ບໍລິສັດ​ທ່ອງ​ທ່ຽວ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ໄຕ້​ຫວັນ​ເຫັນ​ວ່າ,ການ​ແລກປ່ຽນ​ການ​ທ່ອງ​ທ່ຽວ​ແລະປະ​ຊາຊົນ​ສອງ​ຝັ່ງ​ໄປມາ​ຫາສູ່​ກັນ ​ແມ່ນ​ເລື່ອງທີ່​ຖືກ​ໃຈ​ຄົນ​​ແລະ​ແມ່ນ​ແງ່ຂະ​ຫຍາຍ​ທີ່​ຕ້ອງ​​ເປັນ​ໄປ,ຍິ່ງ​ແມ່ນ​ໂອກາດ​ການ​ຄ້າ​ໃຫຍ່​ຂອງ​ນັກ​ທຸລະ​ກິດ​ສອງ​ຝັ່ງ.