|
 |
(GMT+08:00)
2005-11-21 20:48:54
|
ຈີນສະໜັບສະໜູນອາຊຽນເສີມຂະຫຍາຍບົດບາດນຳທາງໃນການຮ່ວມມືພາກພື້ນ
cri
Author: MO
ຕາມຂ່າວCRI:ວັນທີ 21 ພະຈິກຢູ່ທີ່ປັກກິ່ງ, ທ່ານຖາງເຈຍສຽນ ທີ່ປຶກສາແຫ່ງລັດຈີນກ່າວວ່າ, ຝ່າຍຈີນຍິນດີເພີ່ມທະວີການຮ່ວມມືກັບໄທແລະປະເທດອາຊຽນບົນພື້ນຖານຕ່າງເຄົາລົບກັນ ປະຕິບັດຕໍ່ກັນຢ່າງສະເໝີພາບແລະຕ່າງຝ່າຍຕ່າງມີຜົນປະໂຫຍດແລະສະໜັບສະໜູນອາຊຽນເສີມຂະຫຍາຍບົດບາດນຳທາງໃນການຮ່ວມມືພາກພື້ນ.
ທ່ານຖາງເຈຍສຽນແມ່ນໃຫ້ທັດສະນະດັ່ງກ່າວໃນເວລາພົບປະເຈລະຈາກັບທ່ານສຸລະກຽດ ສະຖຽນໄທ ຮອງນາຍົກລັດຖະມົນຕີໄທທີ່ມາຢ້ຽມຢາມຈີນທາງວຽກງານ.
ທ່ານສຸລະກຽດກ່າວວ່າ, ຝ່າຍໄທຊົມເຊີຍຈີນທີ່ໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການຮ່ວມມືພາກພື້ນ, ຈະສືບຕໍ່ຮ່ວມມືແບບຍຸດທະສາດໃນທຸກຂົງເຂດກັບຈີນຢ່າງແຂງແຮງ.
|
|
|