|
 |
(GMT+08:00)
2005-11-22 17:47:38
|
ທ່ານລີຈ້າວຊິງ ລັດຖະມົນຕີການຕ່າງປະເທດຈີນພົບປະທ່ານສຸລະກຽດ ສະຖຽນໄທ ຮອງນາຍົກໄທ
cri
Author: mo
ຕາມຂ່າວCRI: ວັນທີ 22 ພະຈິກຢູ່ທີ່ປັກກິ່ງ, ທ່ານລີຈ້າວຊິງ ລັດຖະມົນຕີການຕ່າງປະເທດຈີນໄດ້ພົບປະທ່ານສຸລະກຽດ ສະຖຽນໄທ ຮອງນາຍົກລັດຖະມົນຕີໄທທີ່ມາຢ້ຽມຢາມ. ສອງຝ່າຍໄດ້ແລກປ່ຽນຄວາມເຫັນກັນຢ່າງກວ້າງຂວາງແລະເລິກເຊິ່ງກ່ຽວກັບການພົວພັນສອງຝ່າຍ ການປະຕິຮູບຂອງສະຫະປະຊາຊາດ ແລະບັນຫາອື່ນໆທີ່ສົນໃຈນຳກັນ.
ສອງຝ່າຍເປັນເອກະສັນກັນເຫັນດີຊຸກຍູ້ການພົວພັນຈີນໄທແລະການຮ່ວມມືທາງຍຸດທະສາດໃນຂົງເຂດຕ່າງໆຕື່ມອີກ, ແລະຈະເພີ່ມການຮ່ວມມືກັນໃນບັນຫາສາກົນທີ່ສຳຄັນເຊັ່ນ ການປະຕິຮູບສະຫະປະຊາຊາດ ການປ້ອງກັນແລະປິ່ນປົວໄຂ້ຫວັດສັດປີກເປັນຕົ້ນ.
|
|
|