ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-22 18:56:51    
ຝ່າຍ​ຈີນ​ຮຽກຮ້ອງ​​ໃຫ້​ຝ່າຍ​ຍີ່​ປຸ່ນລົງ​​ໂທດ​ຜູ້ບຸກ​ເຂົ້າ​ໄປ​ກໍ່​ເຫດ​ໃນ​ສະ​ຖານ​ກົງ​ສູນ​ຈີນ​ປະ​ຈຳ​ນາ​ໂກ​ຢາ​ຢ່າງ​ເຂັ້ມ​ງວດ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 22 ພະຈິກ ​ໃນ​ງານ​ຊຸມນຸມ​ນັກຂ່າວ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ກ່າວ​ປະນາມ​ການ​ກະທຳ​ທຳລາຍ​ຂອງ​ພວກ​ປີກ​ຂວາ​ຍີ່​ປຸ່ນທີ່​ບຸກ​ເຂົ້າ​ໄປ​ທຳລາຍສະຖານກົງສູນ​ຈີນ​ປະຈຳ​ນາ​ໂກ​ຢາ, ພ້ອມ​ທັງ​ສະ​​ເໜີ​ຄຳ​ຕໍ່​ວ່າ​ຕໍ່​ຂານ​ກັບ​ຝ່າຍ​ຍີ່​ປຸ່ນກ່ຽວ​ກັບ​ເລື່ອງ​ນີ້, ຮຽກຮ້ອງ​ໃຫ້​ຝ່າຍ​ຍີ່​ປຸ່ນລົງ​​ໂທດ​ຜູ້​ກໍ່​ເຫດ​ຢ່າງ​ເຂັ້ມງວດ.

ທ່ານ​ລິວ​ຈ້ຽນຊາວ​ຍັງ​ກ່າວ​ວ່າ, ຝ່າຍ​ຈີນ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ຍີ່​ປຸ່ນ​ໃຊ້​ມາດ​ຕະການ​ທີ່​ບັງ​ເກີດ​ຜົນ​ປົກປັກ​ຮັກສາອົງການ​ຕ່າງໆ​ຂອງ​ຈີນ​ເຊັ່ນ​ສະຖານທູດ​ຈີນ​ປະຈຳ​ຍີ່​ປຸ່ນ​ເປັນຕົ້ນ, ພ້ອມ​ດ້ວຍ​ຄວາມ​ປອດ​ໄພ​ຂອງ​ພົນລະ​ເມືອງ​ຈີນ, ປ້ອງ​ກັນ​ບໍ່​ໃຫ້​ເລື່ອງ​ທີ່​ຄ້າຍຄື​ກັນ​ນີ້​ເກີດ​ຂຶ້ນອີກ.