ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-22 19:01:32    
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ລື້​ມວ່າ, ຍີ່​ປຸ່ນ​ຕ້ອງ​ຮູ້​ຄວາມ​ໜັກ​ໜ່ວງ​ແລະ​ຄວາມ​ສະ​ດຸ້ງ​ໄວ​ຂອງ​ບັນ​ຫາ​ວັດ​ຢາ​ຊືຄູ​ນີຢ່າງ​​ແທ້​ຈິງ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 22 ພະຈິກ, ​ໃນ​ງານຊຸມນຸມ​ນັກຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ລື້​ມວ່າ, ຍີ່​ປຸ່ນຕ້ອງ​​ຮູ້ຄວາມ​ໜັກໜ່ວງ​ແລະ​ຄວາມ​ສະ​ດຸ້ງ​ໄວ​ຂອງບັນຫາ​ວັດ​ຢາ​ຊືຄູ​ນີຢ່າງ​​ແທ້​ຈິງ, ​ໃຊ້​ທ່າ​ທີ​ທີ່​ມີ​ສະຕິສຳ​ປະຊັນ​ຍະ​ແລະ​ຮັບຜິດຊອບ​ມາ​ຊຳລະ​ບັນຫາ​ດັ່ງ​ກ່າວ.

ຫວ່າງ​ມໍ່ໆ​ນີ້, ທ່ານ​ອາ​ໂສ ທາ​ໂລ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່​ປຸ່ນກ່າວ​ວ່າ, ຫໍ​ຢູຊູ​ຄານ ມູ​ເຊ​ອູມ​ຂອງ​ວັດ​ຢາ​ຊືຄູ​ນີບໍ່​ໄດ້​ເວົ້າຍ້ອມ​ສົງຄາມ, ​ແຕ່ຫາກ​ແມ່ນ​ສ່ອງ​ແສງ​ສະພາບສົງຄາມ​ໃນ​ຄາວ​ນັ້ນຕາມ​ສະພາບ​ຕົວ​ຈິງ.

ທ່ານ​ລິວ​ຈ້ຽນຊາວ​​ໄດ້​​ວິຈານ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ, ຝ່າຍ​ຈີນ​ຮູ້ສຶກ​ຕື່ນ​ຕົກ​ໃຈ​ທີ່​ເຂົາ​ໄດ້​ກ່າວຖ້ອຍ​ຄ​ວາ​ມດັ່ງກ່າວ. ວັດ​ຢາ​ຊືຄູ​ນີປະຕິ​ເສດ​ປະຫວັດ​ສາດ, ​ເວົ້າຍ້ອມ​ການ​ຮຸກ​ຮານ​ຂອງ​ລັດທິ​ລັດຖະທະຫານຍີ່​ປຸ່ນ, ຫໍຢູຊູ​ຄານ ມູ​ເຊ​ອູມ​​ແມ່ນ​ສິ່ງ​ກໍ່ສ້າງ​ໃຈກາງ​ທີ່​ເປີດ​ປ່າວ​ອັນ​ທີ່​ວ່າ"ທັດສະນະ​ປະຫວັດສາດ​ຢາ​ຊືຄູ​ນີ, ນີ້​ແມ່ນ​ເລື່ອງ​ຈິງ​ທີ່​ໃຜໆ​ກໍ​ຮູ້​ກັນ​ໝົດ​ແລ້ວ. ຖ້າ​ເລື່ອງ​ຈິງ​ແນວ​ນີ້​ກໍ​ຍັງປະຕິ​ເສດ, ມັນ​ມີ​ແຕ່​ພິສູນ​ໃຫ້​ເຫັນ​ວ່າ, ​ເຂົາ​ບໍ່​ມີ​ຄວາມ​ກ້າຫານ​​ເບິ່ງປະຫວັດສາດ​ຕອນ​ນັ້ນຢ່າງ​ຖືກຕ້ອງ.

ຫໍ​ຢູຊູ​ຄານ​ ມູ​ເຊ​ອູມ​ແມ່ນ​ສິ່ງ​ກໍ່ສ້າງ​ຕົ້ນຕໍ​​ແຫ່ງ​ໜຶ່ງ​ໃນ​ວັດ​ຢາ​ຊືຄູ​ນີ, ​ແມ່ນ​ຫໍ​ວາງສະ​ແດງ​ເຄື່ອງຂອງຂອງ​ຜູ້​ຮຸກ​ຮານ.