ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-24 17:14:22    
ນັກທຸລະກິດ​ການ​ທ່ອງ​ທ່ຽວ​ຂອງ​ຕ່າງ​ປະ​ເທດ​ເຫັນ​ວ່າ ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຈະ​ບໍ່​ກະ​ທົບ​ກະ​ເທືອນ​ການ​ທ່ອງ​ທ່ຽວ​ຂອງ​ຈີນ

cri
ຕາມ​ຂ່າວCRI: ນັກທຸລະກິດ​ການທ່ອງທ່ຽວ​ຂອງ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ຕະຫຼາດ​ນັດ​ຊື້​ຂາຍ​ການ​ທ່ອງທ່ຽວ​ສາກົນ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ແຂວງ​ຢຸນນານ​ຈີນ​ສ່ວນຫຼາຍ​ເຫັນ​ວ່າ, ພະຍາດ​ໄຂ້​ຫວັດ​ສັດ​ປີກ​ຈະ​ບໍ່​ກະທົບ​ກະ​ເທືອນ​ການທ່ອງທ່ຽວ​ຂອງຈີນ.

ທ່ານ​ເ​ດວິດ ​ແຄມ​​ແບວ ຜູ້​ອຳນວຍ​ການ​ຝ່າຍ​ຈຳໜ່າຍ​ຂອງ​ໂຮງ​ແຮມ​ເວ໌ສທິນ​ຊຽງ​ໄຮ້​ບອກ​ນັກ​ຂ່າວ​ວ່າ, ທ່ານ​ເຊື່ອໝັ້ນ​ວ່າ ລັດຖະບານ​ຈີນມີ​ຄວາມ​ສາມາດ​ຄວບ​ຄຸມ​ແລະ​ກຳຈັດ​ພະຍາດ​ໄຂ້​ຫວັດ​ສັດ​ປີກ.

ຕະຫຼາດນັດ​ຊື້​ຂາຍ​ການ​ທ່ອງທ່ຽວ​ຈີນ​ເທື່ອ​ນີ້​ແມ່ນ​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ພະຈິກ, ລວມມີ​ພໍ່ຄ້າ​ການ​ທ່ອງທ່ຽວ​ 3100 ກວ່າ​ຄົນ​ທີ່​ມາ​ຈາກ 80 ກວ່າປະ​ເທດ​ແລະ​ເຂດ​​ແຄວ້ນ​ໃນ​ໂລກ​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ. ບຸກຄົນ​ໃນ​ວົງ​ການ​ເຫັນ​ວ່າ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ພະຍາດ​ໄຂ້ຫວັດ​ສັດ​ປີກ​ບໍ່​ໄດ້​ກະ​ທົບ​ກະ​ເທືອນ​ຕະຫຼາດ ນັດ​ຊື້​ຂາຍ​ເທື່ອ​ນີ້.