ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-25 21:18:28    
ອາ​ເມ​ລິ​ກາ​ປະກາດສິ້ນ​ສຸດ​ຄະດີ​ຈຳກັດ​​ແຜ່ນ​ແພ​ຈີນ​ທີ່​ພວມ​ສຳ​ຫຼວດ​, ພ້ອມທັງ​​ປ່ອຍ​ສິນຄ້າ​ຄ້າງ​ດ່ານ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 25 ພະຈິກ, ກະຊວງ​ການ​ຄ້າ​ຈີນ​ປະກາດ​ວ່າ, ວັນ​ທີ 23 ພະ​ຈິກ ​ເວລາ​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ເມ​ລິ​ກາ, ຄະນະ​ກຳມະການ​ປະຕິບັດ​ສັນຍາ​ແຜ່ນ​ແພອາ​ເມ​ລິ​ກາ​ປະກາດ​ວ່າ, ອິງຕາມ​ຈິດ​ໃຈ​ທີ່​ກ່ຽວຂ້ອງ​ຂອງ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ແຜ່ນ​ແພ​ຈີນ​ອາ​ເມ​ລິ​ກາ​ລົງ​ນາມ​ໃນ​ວັນ​ທີ 8 ພະຈິກ, ອາ​ເມ​ລິ​ກາ​ໄດ້​ສິ້ນ​ສຸດ​​ຄະດີ​ຈຳກັດ​​ແຜ່ນ​ແພ​ຂອງຈີນ​ທີ່​ພວມ​ສຳ​ຫຼວດ​​ໃນ​ປະຈຸ​ບັນ, ທັງ​ໝົດລວມ 24 ຄະດີ.

ໃນ​ຂະນະ​ດຽວ​ກັນ, ຄະນະ​ກຳມະການ​ປະຕິບັດ​ສັນຍາ​ແຜ່ນ​ແພອາ​ເມ​ລິ​ກາ​​ໄດ້ອອກ​ຄຳ​ສັ່ງ​ຕໍ່ດ່ານພາສີ​ອາ​ເມ​ລິ​ກາ, ​ຮຽກຮ້ອງ​ໃຫ້​ດ່ານ​ພາສີ​ປ່ອຍ​ສິນຄ້າ​ຄ້າງ​ດ່ານ​(ບໍ່​ລວມທັງ​ຖົງ​ຕີນ)ທີ່​ຂົນ​ສົ່ງ​ມາ​ຮອດ​ອາ​ເມ​ລິ​ກາ​ກ່ອນ​ວັນ​ທີ 8 ພະຈິກນັ້ນແຕ່​ວັນ​ທີ 28 ພະຈິກ​ຮອດ​ວັນ​ທີ 2 ທັນວາ; ຕໍ່​ສິນຄ້າ​ຄ້າງ​ດ່ານ​ອື່ນໆ, ຈະ​ອິງ​ຕາມ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ຂອງ​ດ່ານ​ພາສີ​ອາ​ເມ​ລິ​ກາ, ຈະປ່ອຍ​ໃຫ້​ຜ່ານ​ເທື່ອ​ລະ​ງວດ​ເມື່ອ​ຮອດ​ກຳນົດ​ແລ້ວ.