ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-28 14:36:47    
ການ​ສຳ​ເລັດ​ຜົນ​ຂອງ​ຍານ​ອະວະກາດ"​ເສິນ​ໂຈ່​ວ"​​ເລກ6​ໄດ້​​ເຮັດ​ໃຫ້​​ໄທ​ເມ​ອງຮົງ​ກົງເພີ່ມ​ຄວາມ​ພາກ​ພູມ​ໃຈ​​ທີ່​ເປັນ​ຊາວຈີນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ27​ພະຈິກ,ຢູ່​ທີ່​ຮົງ​ກົງ,ທ່ານ​​ເຈິ່ງອິ່ນ​ສວນ ຜູ້​ວ່າ​ການ​ບໍລິ​ຫານ​ເຂດ​ພິ​ເສດ​ຮົງ​ກົງກ່າ​ວວ່າ,ການ​ບິນ​ອະວະ​ກາດ​ບັນທຸກ​ຄົນຂອງ​ຍານ​ອະວະກາດ"​ເສິນ​ໂຈ່ວ"​​ເລກ6​ສຳ​ເລັດ​ຜົນນັ້ນ,​ໄດ້​​ເຮັ​ດ​ໃຫ້​ໄທ​ເມືອງ​ຮົງ​ກົງ​ເພີ່ມ​ຄວາມ​ພາກ​ພູມ​ໃຈ​​​ທີ່​ເປັນ​ຊາວຈີນ.

ໃນ​ງານ​ລ້ຽງ​ອາຫານ​ຄ່ຳ​ທີ່ອົງການ​ປົງ​ຄອງ​​ເຂດ​ພິ​ເສດ​ຮົງ​ກົງ​ຈັດ​ຂຶ້ນ​ເພື່ອ​ເປັນກ​ຽດ​ໃຫ້​ແກ່​ຄະນະຜູ່​ແທນ​ການບິນ​ອະວະ​ກາດ​ບັນ​ທຸກ​ຄົນຂອງ​ຍານ​ອະວະ​ກາດ"​ເສິນ​ໂຈ່ວ"​​ເລກ​6​​ໃນ​ວັນ​ທີ27​ພະ​ຈິກ,ທ່ານ​​ເຈີ່​ງອິ່ນ​ສວນ​ເວົ້າ​ວ່າ,ການ​ຢ້ຽມ​ຢາມ​ຂອງ​ຄະນະ​ຜູ້​ແທນ​ເທື່ອ​ນີ້,ຍ່ອມ​ຈະ​ເຮັດ​ໃຫ້​ໄທ​ເມືອງ​ຮົງ​ກົງ,​ໂດຍ​ສະ​ເພາະ​ແມ່ນ​ຮຸ່ນ​ໜຸ່ມ​ເພີ່ມ​ຄວາມ​ຮັບ​ຮູ້​ຕື່ມ​ອີກຕໍ່​ການ​ພັດ​ທະນາ​ວິທະ​ຍາສາດ​ເຕັກ​ນິກ​ການ​ບິນ​ອະວະ​ກາດຂອງ​ຊາດ​ຢ່າງ​ແນ່ນອນ.

ຄະນະ​ຜູ່​ແທນ​ການ​ບິນ​ອະວະ​ກາດ​ບັນທຸກ​ຄົນ​ຂອງ​ຍານ​ອະວະ​ກາດ"​ເສິນ​​ໂຈ່​ວ"​ເລກ​6ແມ່ນ​ເດີນ​ທາງ​ໄປ​ຮອດ​ຮົງ​ກົງ​ໃນ​ວັນ​ທີ27​ພະຈິກ,​ເລີ່ມ​ຢ້ຽມ​ຢາມ​ຮົງ​ກົງ​ເປັນ​ເວລາ​3ມື້.