ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-30 19:11:58    
ໃນ​ໄລ​ຍະ​ທ່ານ​ເວິນ​ເຈ່ຍ​ປາວ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​​ຂອງ​ອາ​ຊຽນ ຈີນ​ຍີ່​ປຸ່ນ​ຈະ​ບໍ່​ຈັດ​ການ​ພົບ​ປະ​ສອງ​ຝ່າຍ

cri

ຕາມ​ຂ່າວcri:ວັນ​ທີ30 ພະ​ຈິກ,​ທ່ານ​ຊຸຍ​ທ່ຽນ​ໄຂ ຫົວຫນ້າ​ກົມອາຊີ​ຂອງ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​ວ່າ,​ເດືອນ​ຫນ້າ,​ທ່ານ​ເວິນ​​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີນ​ຈີນ​ຈະ​​ໄປມາ​​ເລ​ເຊຍ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ຕ່າງໆ​ຂອງ​ອາ​ຊຽນ,​ຈີນ​ຍີ່​ປຸ່ນ​ຈະ​ບໍ່​ຈັດ​ການ​ພົບ​ປະ​ສອງ​ຝ່າຍ.

ທ່ານ​ຊຸຍ​ທ່ຽນ​ໄຂ​ໄດ້​ກ່າວ​ຄວາມ​ນີ້ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ກ່ຽວ​ກັບ​ການ​ຢ້ຽນ​ຢາມ​ຂອງ​ທ່ານ​ເວິນ​​ເຈ່ຍ​ປາວ​ທີ່​ຈັດ​ຂື້ນໃນ​ມື້​ດຽວ​ກັນ​.ທ່ານ​ກ່າວ​ວ່າ, ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ປະ​ເຊີນ​ຄວາມ​ຫຍຸ້ງຍາກ,ຫນ້າ​ທີ່​ຮັບຜິດຊອບ​ທາງ​ການ​ເມືອງ​ແມ່ນ​ຢູ່​ທາງ​ຝ່າຍ​ຍີ່ປຸ່ນ. ທ່ານ​​ໂຄອີ​ຈູ​ມີ ຈູ​ນີຊີ​ໂລ ນາຍົກ​ລັດຖະມົນຕີ​ຍີ່ປຸ່ນ​ໄປ​ນະມັດສະການ​ວັດ​ຢາ​ຊຸ​ຄູ​ນີ​ຊ້ຳ​ແລ້ວ​ຊ້ຳ​ອີກ,​ແລ້ວ​ຍັງ​ຫວັງ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເປັນ​ປົກກະຕິ​ເປັນ​ໄປ​ບໍ່​ໄດ້,ມັນ​ເປັນ​ການ​ກະທຳ​ທີ່ຕົວະ​ຕົນ​ເອງ​ທັງ​ຕົວະ​ຜູ້​ອື່ນ.