ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-02 20:39:09    
ລັດຖະບານສູນ​ກາງ​ສະຫນັບສະຫນູນເຂດ​ພິ​ເສດ​ຮົງ​ກົງ​ຂະຫຍາຍ​ລະບອບ​ປະຊາທິປະ​​ໄຕ​ທີ່​ສອດຄ່ອງ​ກັບສະພາບ​ຕົວ​ຈິງ​ຂອງ​ຮົງ​ກົງຕາມ​ກົດຫມາຍ ຢ່າງຄ່ອຍ​​ເປັນ​ຄ່ອຍ​​ໄປ​ໂດຍ​ຕະຫຼອດ

cri
ຕາມ​ຂ່າວສານ​ຊິ​ນຮວາ,ວັນ​ທີ 2 ທັນວາ,ຢູ່​​ເມືອງ​​ເສີນ​ເຈິ້ນ,ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ແລະຫ້ອງການຕິດ​ຕໍ່​ພົວພັນຂອງ​ລັດຖະບານ​ສູນ​ກາງ​ປະຈຳ​ເຂດ​ພິ​ເສດຮົງ​ກົງ​ໄດ້​ຈັດ​ງານ​ສົນທະນາ​​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ​ກັບ​ການດັດ​ແກ້​ວິທີ​​ເລືອກຕັ້ງຜູ່​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ປີ  2007​ແລະສະພານິຕິບັນຍັດປີ 2008,​ໃນ​ກອງ​ປະຊຸມ,ທ່ານ​ຊິວ​ສຽວ​ຢັງ ຮອງ​ເລຂາທິການ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ລັດຖະບານ​ສູນ​ກາງ​ສະຫນັບສະຫນູນ​ເຂດ​ພິ​ເສດ​ຮົງ​ກົງ​​ຂະຫຍາຍ​ລະບອບ​ປະຊາທິປະ​ໄຕ​ທີ່​ສອດຄ່ອງ​ກັບ​ສະພາບຕົວ​ຈິງ​ຂອງ​ຮົງ​ກົງ​ຕາມ​ກົດຫມາຍຢ່າງຄ່ອຍ​ເປັນ​ຄ່ອຍ​ໄປ​ໂດຍ​ຕະ ຫຼອດ

ທ່ານ​ຊິວ​ສຽວ​ຢັງ​ຄອງ​ຄອຍ​ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ສັງຄົມ​ຮົງ​ກົງ​ສາມາດ​ພິຈາລະນາ​ຈາກ​ພາກ ສ່ວນ​ໃຫຍ່ທີ່​ໃຫ້​ຮົງ​ກົງ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​​ຍາວ​ນານ,  ຄົ້ນຄວ້າ​ຫາລື​ສະຕິ​ສຳ​ປະ​ຊັນຍະ  ​​ໂຮມ​ສູ​ນຄວາມ​ຮັບ​ຮູ້​ຄື​ກັນ.

 ຜູ່ທີ່​​ໄດ້​ຮັບເຊີນ​ເຂົ້າ​ຮ່ວມ​ງານ​ສົນທະນາ​​ມີ​ສະມາຊິກ​ສະພານິຕິບັນຍັດ​ຮົງ​ກົງ  ປະທານ​ສະພາ​ເຂດ​ຕ່າງໆ​ພ້ອມ​ດ້ວຍ​ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ສັງຄົມ​ຮົງ​ກົງລວມ​ທັງ​ຫມົດ  80 ກວ່າ​ຄົນ.