ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-04 20:48:04    
ການ​ພົວພັນ​​ເສດຖະກິດ​ການ​ຄ້າລະ​ຫວ່າງຊຽງ​ໄຮ້​ກັບ​ຮົງ​ກົງ​ນັບ​ມື້​ນັບ​ແຫນ້ນ​ແຟ້ນ

cri
ຕາມ​ຂ່າວສານ​ຊິນຮວາ,ວັນ​ທີ 3 ທັນວາ,ຢູ່​ທີ່​ຊຽງ​ໄຮ້,ທ່ານ​ຖາງ​ອິງ​ນຽນ ຫົວຫນ້າ​ພະ​ແນ​ກການ​ເງິນ​ຂອງ​ອົງການ​ປົກ​ຄອງ​ເຂດ​ພິ​ເສດ​ຮົງ​ກົງ​​ໄດ້​ກ່າວ​ວ່າ,ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ກັນ​ລະຫວ່າງ​ຊຽງ​ໄຮ້​ກັບ​ຮົງ​ກົງ​ໄດ້​ຂະຫຍາຍຕົວ​ຕື່ມ​ອີກ,ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​​​ແຫ່ງ​ໄດ້​ນັບ​ມື້​ນັບ​ແຫນ້ນ​ແຟ້ນ.

ທ່ານ​ຖາງ​ອິງນ​ນຽນ​ແມ່ນ​ກ່າວ​ຄວາມ​ນີ້​ໃນ​ເວລາ​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາ​ຄົ້ນ ຄວ້າ,ທ່ານ​ກ່າວ​ວ່າ,ການ​ຮ່ວມ​ມື​ກັນ​ລະຫວ່າງ​ຊຽງ​ໄຮ້​ກັບ​ຮົງ​ກົງ​ໄ​ດ້​ມີ​ພື້ນຖານ​ອັນ​ຫມັ້ນຄົງ,ມີກຳລັງ​ບົ່ມ​ຊ້ອນ​ອຸດົມ ສົມບູນ,ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະ​ຊາ​ຊົນກໍ​​ນັບ​ມື້​ນັບ​ເນື່ອງນິດ,ທ່ານ​ກ່າວ​ວ່າ,ສອງ​ຝ່າຍ​ຊຽງ​ໄຮ້​ຮົງ​ກົງ​ຕ່າງ​ໄດ້​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຊຸກຍູ້​ແລະ​ສ້າງ​ຕັ້ງ​ກົນ​ໄກ​ໃຫມ່​ທີ່​ຮ່ວມ​ມື​ກັນ,ສອງ​ຝ່າຍ​ຈະ​ຖື​ຂະ​ແຫນງ​ການ​ບໍລິການ​ທັນ​ສະ​ໄຫມ​ເປັນ​ຈຸດ​ຫນັກ,​ເພີ່ມ​ທະ​ວີ​ການ​​ແລກປ່ຽນ​ແລະ​ຮ່ວມ​ມືກັນ​ລະຫວ່າງ​ອົງການ​ປົກຄອງ ວິ​ສາ​ຫະກິດ​​ແລະຊັ້ນຊົນ​ຕ່າງ​ໆ​ໃນ​ສັງຄົມ.

 ນັບ​ມາ​ຮອດ​ທ້າຍ​ປີ​ກາຍ,ນັກທຸລະກິດ​ຮົງ​ກົງ​ໄດ້​ສຳ​ເລັດການລົງທຶນ​ໂດຍກົງ​ຢູ່​ຊຽງ​ໄຮ້​ລວມທັງ​ຫມົດ 15 ຕື້ 200 ລ້ານ​ໂດ​ລາ​ສະຫະລັດ,​ແມ່ນ​ແຫຼ່ງທຶນພາຍ​ນອກ​ທີ່​ສຳຄັນ​ກວ່າ​ຫມູ່ຂອງຢູ່​ນະຄອນ​ຊຽງ​ໄຮ້​,ພ້ອມ​ກັນ​ນັ້ນ,ຮົງ​ກົງ​ໄດ້​ກາຍ​ເປັນ​​ເຂດສົ່ງ​ອອກ​ໃຫຍ່​ທີ​ສາມ​ຂອງ​ນະຄອນ​ຊຽງ​ໄຮ້.