ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-05 17:37:34    
ລາ​ຄາ​ຊື້​ຂາຍ​ຢູ່​ຕະ​ຫຼາດ​ຫຸ້ນ​ສ່ວນ​ໄຕ້​ຫວັນ​ຂອງ​ມື້​ທຳ​ອິດ​ຫຼັງ​ການ​ເລືອກ​ຕັ້ງ​ໄດ້​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 5 ທັນວາ​ແມ່ນ​ມື້​ຊື້ຂາຍ​ມື້ທຳ​ອິດຫຼັງ​ຈາກ​ປະກາດ​ຜົນ​ການ​ເລືອກ​ຕັ້ງ​ເຈົ້າ​ຄອງ​ນະຄອນແລະ​ເຈົ້າເມືອງເຂດ​ໄຕ້​ຫວັນ,​ລາຄາ​ຊື້​ຂາຍຂອງຕະຫຼາດ​ຫຸ້ນ​ສ່ວນ​ໄຕ້​ຫວັນ​​ໄດ້​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ຍ້ອນ​ຖືກ​ຜົນ​ສະທ້ອນ​ທີ່​ພັກ​ກົກ​ມິນ​ຕັງ​​ໄດ້​ຮັບໄຊຊະນະ​ໃນ​ການ​ເລືອກ​ຕັ້ງ;​ໃນ​ຂະນະ​ດຽວ​ກັນ,ການຢັ່ງປະຊາ​ມະຕິ​ຂອງ​ໜັງສືພິມ​ໄຕ້​ຫວັນ​ສະ​ແດງ​ໃຫ້​ເຫັນ​ວ່າ,ຜູ້​ບໍ່ພໍ​ໃຈ​ຕໍ່ທ່ານ​ເສີນ​ສຸຍ​ປຽນ​ໄດ້​ຫຼາຍ​ກວ່າ 60%.

​ໃນ​ມື້​ຊື້ຂາຍ​ມື້​ທຳ​ອິດ​ຫຼັງ​ການ​ເລືອກ​ຕັ້ງ,ຕະຫຼາດ​ຫຸ້ນ​ສ່ວນ​ໄຕ້​ຫວັນ​​ໄດ້ສູງຂຶ້ນ​ 119 ຈຸດ​,ຍອດ​ມູນ​ຄ່າ​ຊື້ຂາຍ​ເພີ່ມ​ຂຶ້ນ​ຫຼາຍ.

ການ​ຢັ່ງ​ປະຊາ​ມະຕິ​ຫຼ້າ​ສຸດ​ຂອງໜັງສືພິມ​ລຽນ​ເຫີ​ປ້າວຂອງ​ໄຕ້​ຫວັນສະ​ແດງ​ໃຫ້​ເຫັນ​ວ່າ,ພັກມິນ​ຈິງເສຍ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ເຈົ້າຄອງ​ນະຄອນ​ເຈົ້າ​ເມືອງ​​ໄດ້​ເຮັດ​ໃຫ້ອິດ​ທິພົນ​ຂອງ​ທ່ານ​ເສີນ​ສຸຍ​ປຽນຕົກ​ຕ່ຳ​ຫຼາຍ,ຜູ້​ບໍ່ພໍ​ໃຈ​ຕໍ່ທ່ານ​ເສີນ​ສຸຍ​ປຽນ​ສູງ​ເຖິງ 62%. ສ່ວນ​ພັກ​ກົກ​ມິນ​ຕັງ​ເອົາ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ນັ້ນ,​ແມ່ນ​ຍ້ອນປະຊາຊົນ 61% ​ເຫັນ​ວ່າ,​ຜູ້​​ເລືອກ​ຕັ້ງ​ເສຍ​ຄວາມ​ຫວັງ​ຕໍ່​ພັກມິນ​ຈິງ ​ແລ້ວ​ປ່ອນ​ບັດ​ບໍ່​ໄວ້​ວາງ​ໃຈ.