ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-05 17:56:47    
ສິງກະ​ໂປ​ຈະ​ປະ​ຕິ​ຮູບ​ການ​ສຶກ​ສາ​ພາ​ສາ​ຈີນ

cri
ຕາມ​ຂ່າວສານ​ຈີນ: ​ໃນ​ເວທີ​ປາ​ໄສ​ສາກົນ​ກ່ຽວ​ກັບ​ການ​ສິດ​ສອນ​ພາສາ​ຈີນ​ຄັ້ງທີ 2 ທີ່​ຈັດ​ຂຶ້ນຢູ່​​ເມືອງ​ອູ​ຮ້ານ​ຂອງ​ຈີນ​​ໃນ​ຫວ່າງ​ມໍ່ໆ​ນີ້,​ລັດຖະ​ມົນຕີ​ບໍລິຫານ​​ກະຊວງ​ສຶກສາ​ທິການ​ສິງກະ​ໂປ​ເຜີຍ​ໃຫ້​ຮູ້​ວ່າ,​ແຕ່​ປີໜ້າ​ເປັນຕົ້ນ​ໄປ,ການ​ສຶກສາ​ພາສາ​ຈີນ​ຂອງ​ສິງ​ກະ​ໂປ​ຈະ​ປະຕິບັດ​ຕົວ​ແບບ​ສິດສອນ​​ເອກະ​ພັນ,ອີງ​ຕາມ​ລະດັບ​ພາສາ​ຂອງ​ນັກຮຽນ,ຈະ​ວາງ​ແຜນ​ເອກະ​ພັນ​ຮ່ຳຮຽນ​ທີ່​ຕ່າງ​ກັນ​ໃຫ້​ນັກຮຽນ. ຍັງ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ມະຫາ​ວິທະຍາ​ໄລ​ສ້າງ​ຄູ​ແລະ​ສຳນັກ​ພິມ​ຂອງ​ຈີນ,ຮຽບຮຽງ​​ແບບຮຽນ​ແລະ​ຂໍ້​ມູນ​ຮ່ຳຮຽນຫຼາຍ​ເຄົ້າ​ຫຼາຍກວ່າ​ເກົ່າ,​​ແລ້ວ​ແນະນຳ​ໃຫ້​ຕະຫຼາດ​ອາຊີ​ອາຄະ​ເນ​ທີ່​ຮຽນ​ພາສາ​ຈີນ,​ເພື່ອ​ບັນລຸ​ຈຸດປະສົງ​ທີ່​ຕ່າງ​ຝ່າຍ​ຕ່າງ​ຮັບ​ຜົນ​ປະ​ໂຫຍດ.