ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-05 20:44:50    
ຫົວຫນ້າ​ຄະນະ​ພົ​ວພັນ​ຕ່າງປະ​ເທດຂອງ​ສູນ​ກາງ​ພັກ​ຈີນ​ພົບ​ປະ​ແຂ​ກອິນ​ໂດ​ເນ​ເຊຍ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ5 ທັນວາ,ທ່ານ​ວາງ​​ເຈ່ຍ​ອີ້ ຫົວຫນ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​​ໄດ້ພົບ​ປະ​ຄະນະ​ຜູ້​ແທນ​ພັກ​ປະຊາທິປະ​ໄຕ​ອິນ​ໂດ​ເນ​ເຊຍ​ທີ່​ນຳ​ໂດຍ​ທ່ານ​ຮາ​ດີ ອູ​ໂທ​ໂມ ປະທານ​ໃຫຍ່ຂອງ​ພັກ​ດັ່ງກ່າວ.

ທ່ານ​ວາງ​ເຈ່ຍ​ອີ້​ກ່ວວ່າ,ຝ່າຍຈີນ​ເອົາ​ໃຈ​ໃສ່ນຳ​ການ​ພົວພັນ​ກັບ​ອິນ​ໂດ​ເນ​​ເຊຍ​ໃນ​ລະດັບ​ສູງ​,​ເອົາ​ໃຈ​ໃສ່ນຳ​ການ​ແລກປ່ຽນຢ່າງ​ມີ​ໄມຕີ​ຈິດ​ກັບ​ພັກ​ການ​ເມືອງ​ຕ່າງໆ​ຂອງ​ອິນ​ໂດ​ເນ​ເຊຍ,ຫວັງ​ຖື​ໂອກາດທ່ານ​ປະທານ​​ໃຫຍ່​ຮາ​ດີ​ຢ້ຽມຢາມ​ຈີນ,ຊຸກຍູ້​ການ​​ແລກປ່ຽນ​ລະຫວ່າງ​ພັກ​ກອມ​ມູນິດ​ຈີນ​ກັບ​ພັກ​ປະຊາທິປະ​ໄຕ​ອິ​ໂດ​ເນ​​ເຊຍ,ຊຸກຍູ້​ການ​ພົວພັນປະ​ເທດ​ຂະຫຍາຍຕົວຢ່າງ​ສະດ​ວກ​ແລະ​ປອດ​​ໃສ.

ທ່ານ​ຮາ​ດີ​ກ່າວ​ວ່າ,ກຳລັງ​ການ​ເມືອງ​ສຳຄັນ​ຂອງ​ອິນ​ໂດ​ເນ​ເຊຍ​ເຊິ່ງ​ລວມທັງ​ພັກ​ປະຊາທິປະ​ໄຕ​ລ້ວນ​ແຕ່​ຫວັງ​ແລ​ະ​ເອົາ​ໃຈ​​ໃສ່​ນຳ​ການຮັກສາ​ການ​ພົວພັນ​ແລກປ່ຽນຢ່າງມີ​ໄມຕີ​ຈິດ​ກັບ​ພັກ​ກອມ​ມູນິດ​ຈີນ.