ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-05 20:53:00    
ກາ​ນພົວພັນ​ລະຫວ່າງ​ຈີນ​ກັບ​ບີ​ເອ​ໂລຣຸດຊີກ້າວ​ເຂົ້າສູ່​ໄລຍະ​ໃຫມ່​ແຫ່ງ​ການ​ຂະຫຍາຍຕົວຮອບດ້ານ​ແລະ​​ຮ່ວມ​ມືຍຸດ​ທະ​ສາດ

cri

ຕາມ​ຂ່າວcri:ວັນ​ທີ5 ທັນວາ,ຢູ່​ປັກ​ກິ່ງ,​ໃນ​ເວລາ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ລູຄາ​ເຊັນ​ໂຄ ປະທານາທິບໍດີ​ບີ​ເອ​ໂລຣຸດຊີ​ທີ່​ມາ​​ຢ້ຽມຢາມ​,ທ່ານ​ຮູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ, ກາ​ນພົວພັນ​ລະຫວ່າງ​ຈີນ​ກັບ​ບີ​ເອ​ໂລຣຸດຊີ​​ໄດ້ກ່າວເຂົ້າ​ສູ່​ໄລຍະ​ໃຫມ່​ແຫ່ງ​ການ​ຂະຫຍາຍຮອບດ້ານ​ແລະ​​ຮ່ວມ​ມື​ຍຸດ​ທະ​ສາດ.

ທ່ານ​ຮູ​ຈີນ​ທ່າວ​ຫວັງ​ໃຫ້ທັງ​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​​ເປິກສາຫາລື​ແລະການ​ຮ່ວມ​ມື​ໃນ​ບັນຫາ​ສຳຄັນຈັດ​ຕັ້ງ,ປະຕິບັດ​ສັນຍາ​ທີ່​​ເຊັນ​ຂຶ້ນແລະ​​ໂຄງການຮ່ວມ​ມື​ທີ່​​ໄດ້​ຫາລື​ຕົກລົງ​ກັນ,​​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ມະນຸດຊາດຄື​ວັດທະນະທຳ,ການ​ສື​ກສາ,ກິລາ​,ການທ່ອງທ່ຽວ​ເປັນ​ຕົ້ນ.

ທ່ານ​ລູຄາ​ເຊັນ​ໂຄ​ກ່າວ​ວ່າ,ຝ່າ​ຍບີ​ເອ​ໂລ​ຣຸດຊີ​ຍິນ​ດີ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງປະ​ເທດແລະ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດຂະຫຍາຍຕົວ​ໄປ​ສູ່​ລວງເລິກ​.ທ່ານ​ກ່າວ​ເນັ້ນ​ວ່າ​,ບີ​ເອ​ໂລຣຸດຊີ​ຮັບຮອງ​ຖານະ​ເສດຖະກິດ​ຕະຫລາດ​ສົມບູນ​ຂອງ​ຈີນ​,ຈະ​ປະຕິບັດ​ຕາມ​ນະ​ໂຍບາຍ​ຈີນ​ດຽວ​ຄື​ແຕ່​ເກົ່າ​ເມືອ​ຫລັງ.