ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-08 21:55:55    
ຝ່າຍ​ຈີນ​ເຫັນ​ດີ​ຈະ​ຕັ້ງ​ໜ້າ​ພິ​ຈາ​ລະ​ນາ​ໃຊ້​ມາດ​ຕະ​ການ​ສ້າງ​ຄັນ​ຄູຢູ່​ແມ່​ນ້ຳ​ຊົ່ງ​ຮ່ວາ ຫຼຸດ​ຜົນ​ສະ​ທ້ອນ​ທີ່​ການ​ເຊື່ອມ​ພິດ​ອາດ​ຈະ​ເກີດ​ຂຶ້ນ​ຕໍ່​ຝ່າຍ​ຣັດ​​ເຊຍ

cri Author: da
ຕາມ​ຂ່າວCRI: ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ເວົ້າ​ວ່າ,​ຝ່າຍ​ຈີນ​ເຫັນ​ດີ​ຈະຕັ້ງ​ໜ້າ​ພິຈາ​ລະນາ​ໃຊ້​ມາດ​ຕະການ​ສ້າງ​ຄັນ​ຄູຢູ່​ແມ່ນ້ຳ​ຊົ່ງ​ຮ່ວາ​,ຫຼຸດ​ຜົນ​ສະທ້ອນ​ທີ່​ການ​ເຊື່ອມ​ພິດ​ອາດ​ຈະ​ເກີດ​ຂຶ້ນ​ຕໍ່​ຝ່າຍຣັດ​​ເຊຍ.

​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 8 ທັນວາ,​ທ່ານ​ຊິນ​ກ່າງ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ເວົ້າ​ວ່າ,ນັບ​ມາ​ຮອດ​ປະຈຸ​ບັນ,ຈີນ​ກັບຣັດ​ເຊຍ​ໄດ້​ມີນ້ຳ​ໃຈ​ໝູ່ຄູ່​ປະສານ​ງານ​ທາງ​ຍຸດ​ທະ​ສາດ​ໃນ​​ເວລາ​ແລກ​ປ່ຽນ​ແລະ​ຮ່ວມ​ມືແກ້​ໄຂບັນ​ຫານ້ຳ​ຖືກ​ເຊື່ອມ​ພິດ​,ພາຍ​ຫຼັງ​ເກີດ​ເລື່ອງ​ແມ່ນ້ຳ​ຊົ່ງ​ຮ່ວາ​ຖືກ​ເຊື່ອມ​ພິດ​ແລ້ວ,ຈີນຣັດ​​ເຊຍ​ໄດ້​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ຢ່າງ​ທັນ​ການ,ຝ່າຍ​ຈີນ​ຍັງໄດ້​ສະໜອງ​ການ​ຊ່ອຍ​ເຫຼືອ​ໃຫ້​ຝ່າຍ​ຣັດ​ເຊຍ​ຢ່າງ​ທັນ​ການ. ປະຈຸ​ບັນ ນ້ຳ​ທີ່​ຖືກ​ເຊື່ອມ​ພິດ​ຢູ່​ແມ່ນ້ຳ​ຊົ່ງຮ່ວາ​ຍັງ​ຢູ່​​ໃນ​ເຂດ​ແດນ​ຈີນ,ຈີນ​ພວມ​ໃຊ້​ມາດ​ຕະ​ການ​ອັນ​ຈຳ​ເປັນ​ທຸກ​ຢ່າງ​,ຫຼຸດ​ຜົນ​ສະທ້ອນ​ຂອງ​ເຫດ​ການ​ເຊື່ອມ​ພິດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຕໍ່​ຝ່າຍຣັດ​​ເຊຍ​ໃຫ້​ໜ້ອຍ​ລົງຮອດ​ລະດັບ​ຕ່ຳ​ທີ່​ສຸດ.