ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-11 18:13:55    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ຕີ​ໂຕ້​ການ​ຕິ​ຕຽນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ທີ່​ມີ​ຕໍ່​ສະ​ພາບ​ສິດ​ທິ​ມະ​ນຸດ​ຂອງ​ຈີນ

cri Author: MO
ຕາມ​ຂ່າວCRI:ວັນ​ທີ 11 ທັນວາ, ທ່ານ​ສິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ຕີ​ໂຕ້​ການ​ຕິຕຽນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ມີ​ຕໍ່​ສະພາບ​ສິດທິ​ມະນຸດ​ຂອງ​ຈີນ​ນັ້ນຢ່າງ​ເຄັ່ງ​ຂືມ. ທ່ານ​ເວົ້າວ່າ, ລັດຖະບານ​ແລະ​ປະຊາຊົນ​ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະ​ຄັດຄ້ານ​ຢ່າງ​ເດັດດ່ຽວ​ຕໍ່ລັດຖະບານ​ອາ​ເມ​ລິ​ກາ​ໃຊ້​ບັນຫາ​ອັນ​ທີ່​ວ່າ​ສິດທິ​ມະນຸດ​ມາ​​ໂຈມ​ຕີ​ຈີນ​ຕາມ​ລຳ​ພັງ​ໃຈ.

ຫວ່າງ​ມໍ່ໆ​ນີ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫລງການ​ກ່ຽວ​ກັບ"ວັນ​ສິດ​ມະນຸດ​ສາກົນ"ຄື​ວັນ​ທີ 10 ທັນວາ, ​ໄດ້​ຕິຕຽນ​ສະພາບ​ສິດທິ​ມະນຸດ​ຂອງ​ຈີນ. ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ສິນ​ກ່າງ​ເວົ້າວ່າ, ຈີນ​ໄດ້​ຮັບ​ຜົນສຳ​ເລັດທີ່​ປະຈັກ​ຕາ​ຊາວໂລກ​ໃນ​ຂົງ​ເຂດ​ປົກ​ປ້ອງ​ສິດທິ​ມະນຸດ, ມວນ​ຊົນ​ມີ​ສິດທິ​ມະນຸດ​ແລະ​ເສລີພາບ​ຢ່າງ​ເຕັມ​ສ່ວນ​ຕາມ​ກົດໝາຍ. ທ່ານ​ເວົ້າວ່າ, ລັດຖະບານ​ອາ​ເມ​ລິ​ກາຍັງ​ຄົງ​ຕັ້ງ​ແກ້ງ​ແຕ່ງ​ຕົວ​ເປັນ​ຜູ້​ປົກ​ປ້ອງ​ສິດທິ​ມະນຸດ​ໃຕ້​ການ​ຕິຕຽນ​ຢ່າງ​ເຂັ້ມງວດຂອງ​ຫາງ​ສຽງ​ສາກົນ, ​ແລະ​ຕິຕຽນປະ​ເທດ​ອື່ນ​ຢ່າງ​ໄຮ້​ສາລະ​ນັ້ນແມ່ນ​ຢາກ​ຍົກຍ້າຍ​ສາຍຕາຂອງ​ຜູ້​ອື່ນ.

ໂຄສົກ​ຜູ້​ນີ້​ໄດ້​ຊັກ​ຊວນ​ຝ່າຍ​ອາ​ເມ​ລິ​ກາ​ສຳ​ຫລວດບັນຫາ​ສິດ​ມະນຸດ​ຂອງ​ຕົນ​ເອງ, ປະລະສອງ​ມາດຖານ​ໃນ​ບັນຫາ​ສິດທິ​ມະນຸດ, ດັດ​ແກ້​ການ​ກະທຳອັນ​ຜິດພາດ​ທີ່​ໃຊ້​ບັນຫາ​ສິດ​ທິມະນຸດ​ມາ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ.