ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-12 19:48:57    
ກອງ​ປະຊຸມ​ຮົງ​ກົງ​ຂອງ​ກອງ​ປະຊຸມ​ລັດຖະສະພາກ່ຽວ​ກັບ​ອົງການການ​ຄ້າ​ໂລກ

cri
ຕາມ​ຂ່າວ CRI ,ວັນ​ທີ 12 ທັນວາ,ກອງ​ປະຊຸມ​ຮົງ​ກົງ​ຂອງ​ກອງ​ປະຊຸມ​ລັດຖະສະພາ​ກ່ຽວ​ກັບອົງການ​ການ​ຄ້າ​ໂລກ​ໄດ້​ຈັດພິທີ​ໄຂ​ກອງ​ປະຊຸມ.​ໃນ​ພິທີ​ໄຂ​ປະຊຸມ,ທ່ານ​ອູ​ຢຸນຊີ​ມູ​ເກີ  ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ວ່າ,ສະມາຊິກສະພາ​ຂອງ​ບັນດາ​ປະ​ເທດ​ມີຫນ້າ​ທີ່​ຮັບຜິດຊອບ​ຊຸກຍູ້​ໃຫ້​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ຂອງ​ອົງການ​ການ​ຄ້າ​ໂລກ​ຄັ້ງ​ທີ 6 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ຮົງ​ກົງ​ໃນ​ໄວໆ​ນີ້ໄດ້​ຮັບ​ຫມາກຜົນ.

ທ່ານ​ອູ​ຢຸນຊີ​ມູ​ເກີ​ກ່າວ​ວ່າ,ປະຊາ​ຄົມ​ໂລກ​ຄວນ​ໃຊ້​ມາດ​ຕະການທີ່​ຕິດ​ແທດ​ຕົວ​ຈິງ,ຊ່ອຍ​ປະ​ເທດ​ພວມ​ພັດທະນາ​ຂ້ຽວ​ເລັ່ງການພັດທະນາ.

ສະມາຊິກສະພາ 350 ກວ່າ​ທ່ານ​ທີ່​ມາຈາກ 70 ກວ່າ​ປະ​ເທດ​ແລະ​ເຂດ​ແຄ້ວ​ນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້.

ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ຂອງ​ອົງການ​ການ​ຄ້າ​ໂລກ​ຄັ້ງ​ທີ 6 ຈະ​ຈັດ​ຂຶ້ນ​ຢູ່​ຮົງ​ກົງ​ແຕ່​ວັນ​ທີ 13 ຫາ​ວັນ​ທີ 18 ທັນວາ.