ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-15 14:26:00    
ຈີນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ຂົງ​ເຂດ ຄວາມ​ທະ​ເລ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ 14 ທັນວາ,ພາກສ່ວນຄວາມ​ທະ​ເລ​ຂອງຈີນ​​ແລະ8ປະ​ເທດ​ອາຊຽນ​ໄດ້ແລກປ່ຽນ​ຄວາມ​ເຫັນກັນ​ກ່ຽວ​ກັບ​ການ​​ເປີດ​ກວ້າງ​ຂົງ​ເຂດ​ຮ່ວມ​ມື​ຄວາມ​ທະ​ເລ​ລະຫວ່າງ​ສອງ​ຝ່າຍ.

 ໃນ​ກອງ​ປະຊຸມ​ກົນ​ໄກ​ປຶກສາ​ຫາລື​​ຄວາມ​ທະ​ເລຈີນ​​ອາ​ຊຽນ​ຄັ້ງ​ປະຖົມມະ​ເລີກ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ກວາງ​ໂຈ​ວ ພາກ​ໃຕ້​ຂອງ​ຈີນ,ຈີນ​ກັບ​ພາກສ່ວນ​ຄວາມ​ທະ​ເລ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນໄດ້​ປຶກສາ​ຫາລື​ກບັນຫາ​ຕ່າງໆ​ເຊັ່ນ: ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທະ​ເລ  ການ​ກອບ​ກູ້ຢູ່​ເທິງ​ທະ​ເລ  ການ​ວັດ​ແທກ​ເຄື່ອງຫມາຍ​ທາງ​ເດີນ​ເຮືອ ການ​ເຝິກອົບຮົມ​ລູກ​ເຮືອ​ພ້ອມ​ດ້ວຍ​ການ​ຊຳລະ​ແກ້​ໄຂ​​ແລະສຳ​ຫຼວດອຸ​ປັດ​ເຫດ​ເປັນ​ຕົ້ນ.

ອາ​ຊຽນ​ແມ່ນ​ຄູ່​ຂາ​ການ​ຄ້າ​ໃຫຍ່​ທີ 5 ຂອງ​ຈີນ,ປີ 2004,ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ ​ອາ​ຊຽນ​ໄດ້​ມີ​ເຖິງ 100 ຕື້​ໂດ​ລາ,​ໃນ​ນັ້ນ ສິນຄ້າ​ສ່ວນ​ຫຼາຍ​ທີ່​ສຸດ​ໄດ້​​ຂົນ​ສົ່ງ​ທາງ​ທະ​ເລ,ສະ​ນັ້ນ ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ແລກປ່ຽນກັນ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ຂົງ​ເຂດ​ຄວາມ​ທະ​ເລ, ຮັບປະກັນ​ຄວາມ​ປອດ​ໄພຂອງ​ການຂົນ​ສົ່ງ​ທາງ​ນ້ຳ​ແລະ​​ເຮືອ​ແພ​ນາວາ​ ປ້ອງ​ກັນ​ບໍ່​ໃຫ້​ເຮືອ​​ແພ​ນາວາເຊື່ອມ​ພິດທະ​ເລ​ນັ້ນ​ໄດ້​ກາຍ​ເປັນຄວາມ​ຕ້ອງການ​ອັນ​ຮີບດ່ວນ​ຂອງ​ບັນດາ​ປະ​ເທດ