ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-19 18:49:34    
ຫ້ອງ​ໂຄຈອນ​ຂອງ​ຍານ​ອະວະ​ກາດ​ເສີນ​ໂຈວ​ເລກ 6 ​ສືບຕໍ່​ໝູນ​ເດີນ​ຢ່າງ​ເປັນ​ປົກ​ກະ​ຕິ

cri Author: mo
ຕາມ​ຂ່າວ​ຈາກ​ໜັງສືພິມ​ຈົ່ງ​ກົວະຊິງ​ນຽນ​ປ້າວ: ນັບ​ມາ​ຮອດ​ຕອນເຊົ້າມືດ 3 ​ໂມງ 44 ນາທີ​ຂອງ​ວັນ​ທີ 17 ທັນວາ, ຫ້ອງ​ໂຄຈອນ​ຍານ​ອະວະກາດ​ເສີນ​​ໂຈວ​ເລກ 6 ​ໄດ້​ໝູນ​ເດີນ​ຢູ່​ອະວະກາດ​ເປັນປົກກະຕິ 60 ມື້​ແລ້ວ, ການ​ທົດ​ລອງ​ວິທະຍາສາດ​​ຕ່າງໆ​ໄດ້​ດຳ​ເນີນ​ຕາມ​ແຜນການ​ຢ່າງ​ສະດວກ, ​ແລະ​ໄດ້​ຮັບ​ໝາກຜົນ​ໃນ​ເບື້ອງ​ຕົ້ນ.

ທ່ານ​ລິວ​ຈູ້​ນ​ເຈີ ຫົວໜ້າ​ຫ້ອງການ​ຄຸ້ມ​ຄອງ​ເຄື່ອງ​ບິນ​ຂອງ​ສູນ​ຄວບ​ຄຸມ​ການບິນ​ອະວະກາດ​ປັກ​ກິ່ງ​ແນະນຳ​ວ່າ, ຫ້ອງ​ໂຄຈອນ​ຂອງຍານ​ອະວະກາດ​ເສີນ​ໂຈ​ວ​ເລກ 6​ໄດ້​ແຍກ​ອອກ​ກັບ​ຫ້ອງ​ກັບ​ຄືນ​ໃນ​ວັນ​ທີ 17 ຕຸລາ, ​ແລ້ວ​​ບີນຢູ່​ອະວະກາດ​ເປັນ​ເວລາ 6 ​ເດືອນ​ກວ່າ. ປະຈຸ​ບັນ, ຕົວ​ເລກ​ຕິດຕາມ​ວັດ​ແທກ​ຕ່າງໆ​ສະ​ແດງ​ໃຫ້​ເຫັນ​ວ່າ, ລະບົບ​ວຽກ​ງານ​ທັງ​ໝົດຂອງ​ຫ້ອງ​ໂຄຈອນ​ໄດ້​ໝູນ​ເດີນເປັນ​ປົກກະຕິ, ​ເຄື່ອງ​ວັດ​ແທກ​ວິທະຍາສາດ​​ໃນ​ຫ້ອງ​ໂຄຈອນ​ໄດ້​ເຮັດ​ວຽກ​ຢ່າງ​ເປັນ​ທາງ​ການ, ​ແລະ​ໄດ້​ສຳ​ເລັດ​ການ​ທົດ​ລອງ​ວິທະຍາສາດ​ຫລາຍ​ປະການ​ຢ່າງ​ງົດ​ງາມ, ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການບິນ​ອະວະກາດ​ບັນທຸກ​ຄົນ​ແລະ​ການຕິດ​ຕໍ່​ກັນ​ຢູ່​ອະວະກາດ​ໃນ​ພາຍໜ້າ.