ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-20 18:27:53    
ຫາງ​ສຽງ​ມາ​ກາວ​ຕີ​ລາຄາ​ສູງ​ຕໍ່​ການ​ປ່ຽນ​ແປງ​ຂອງ​ມາ​ກາວ​​ແຕ່​ກັບ​ຄືນສູ່​ປະ​ເທດ​ຊາດ​ 6 ປີ​ມາ​ນີ້

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 20 ທັນວາ​ແມ່ນ​ວັນ​ລະ​ລຶກມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ແລະ​ເຂດ​ພິ​ເສດ​ມາ​ກາວ​ສ້າງຕັ້ງຂຶ້ນ​ຄົບຮອບ 6 ປີ, ໜັງສືພິມ​​ຕ່າງໆ​ຂອງ​ມາ​ກາວພາກັນ​ພິມ​ບົດວິຈານ, ຕີ​ລາຄາ​ສູງ​ຕໍ່​ການ​ປ່ຽນ​ແປງ​ປານ​ປີ້ນ​ຟ້າ​ຂວ້ຳ​ແຜ່ນດິນຢູ່​ມາ​ກາວ​​ຫລັງ​ຈາກກັບ​ຄືນສູ່​ປະ​ເທດ​ຊາດ.

ບົດ​ຄວາມ​ຂອງ​ໜັງສືພິມ"ຕ້າ​ຈົ້ງ​ປ້າວ"ຂຽນ​ວ່າ, ມາ​ກາວ​ໃນ​ຊູ່ມື້​ນີ້, ສັງຄົມ​ສະຫງົບ​ສັນຕິ, ​ເສດຖະກິດ​ເຕີບ​ໂຕ​ຢ່າງ​ສືບ​ເນື່ອງ, ​ໄທ​ເມືອງ​ຢູ່​ເຢັນ​ເປັນ​ສຸກ, ​ໄດ້​ສະ​ແດງ​ໃຫ້​ເຫັນຜົນສຳ​ເລັດຂອງ​ທິດ​ທາງປະ​ເທດ​ດຽວ​ສອງ​ລະບອບ​​.

ໜັງສືພິມ"ອ້າວ​ເມີນ​ຢື້​ປ້າວ"ພິມ​ບົດ​ວິຈານ​ວ່າ, ​ໃນ 6 ປີ​ມານີ້, ​ເສດຖະກິດ​ຂອງມາ​ກາວຍ່າງ​ອອກ​ຈາກ​ຕົ້ນ​ໂສກ, ຈົນ​ມາ​ຮອດ​ປະຈຸ​ບັນ​ທີ່​ເສດຖະກິດ​ເຕີບ​ໂຕ​​ນຳ​ທຸກ​ປີ, ທັງ​ນີ້​ນອກຈາກ​ອົງການ​ປົກຄອງ​ເຂດ​ພິ​ເສດ​​ໄດ້ກຳ​ໂອກາດ​ພັດທະນາ​, ​ແລະລັດຖະບານ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ແລ້ວ, ສຳຄັນ​ກວ່າ​ນັ້ນ​ແມ່ນ​ໄທ​ເມືອງ​ມາ​ກາວ​ຍິນ​ດີ​ປະສານ​ສົມທົບ​ກັບ​​ໂຄງການ​ບໍລິຫານ​ຂອງ​ອົງການ​ປົກຄອງ, ​ເຮັດ​ໃຫ້​ມາ​ກາວ​ສາມາດ​ພັດທະນາ​ໃນ​ທ່າມກາງ​ບັນຍາກາດ​ທີ່​ກົມກຽວ​ກັນ. ​ເຊື່ອ​ວ່າ, ​ເມື່ອ​ໄທ​ເມືອງ​ມາ​ກາວພ້ອມ​​ໃຈ​ຮ່ວມ​​ແຮງກັນ​ກັບ​ອົງການ​ປົກຄອງ​ແລ້ວ, ສັງຄົມ​ມາ​ກາວ​ຍ່ອມຈະ​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ, ພັດທະນາຕໍ່​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ.