ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-22 17:05:29    
ນັກທຸລະກິດ​ໄຕ້​ຫວັນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ມີ​ປະຕິ​ກິລິ​ຍາ​ຟົດ​ຟື້ນ​ຕໍ່​ການ​ປະ​ກາດ"​ວິທີ​ຊົ່ວ​ຄາວ​ກ່ຽວ​ກັບ​ວິ​ສາ​ຫະກິດ​ທຶນ​ໄຕ້​ຫວັນ​ກູ້​ເງິນ​ນຳ​ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ"

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 21 ທັນວາ, ​ແຜ່ນດິນ​ໃຫຍ່​ຈີນ​​ໄດ້ປະກາດ"ວິທີ​ຊົ່ວ​ຄາວ​ກ່ຽວ​ກັບ​ວິ​ສາ​ຫະກິດ​ທຶນ​ໄຕ້​ຫວັນ​ກູ້​ເງິນ​ນຳ​ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ", ​ໄດ້ວາງ​ຂໍ້​ກຳນົດກ່ຽວ​ກັບ​ການ​ໃຫ້​ກູ້ເງິນ​ລັກສະນະ​ບຸກ​ເບີກ 30 ຕື້​ຢວນ​ແກ່​ນັກ​ທຸລະ​ກິດ​ໄຕ້​ຫວັນ. ວິ​ສາ​ຫະກິດ​ທຶນ​ໄຕ້ຫວັນ​ໃນ​ແຫ່ງຕ່າງ​ໆ​ມີ​ປະຕິກິລິຍາ​ຟົດ​ຟື້ນ​ຕໍ່​ເລື້ອງ​ນີ້, ​ເຫັນ​ວ່າ, ນະ​ໂຍບາຍ​ດັ່ງ​ກ່າວ​ຈະ​ຜ່ອນຄາຍ​ຄວາມ​ຫຍຸ້ງຍາກ​​ໃນ​ການ​ລະດົມ​ທຶນ​ຂອງ​ວິ​ສາ​ຫະກິດ​ໄຕ້​ຫວັນ.

ນັກ​ທຸລະ​ກິດ​ໄຕ້​ຫວັນ​ຈຳນວນ​ໜຶ່ງ​ຍັງ​ກ່າວ​ວ່າ, ວິທີ​ດັ່ງກ່າວ​ເຮັດ​ໃຫ້​ນັກ​ທຸລະ​ກິດ​ໄຕ້​ຫວັນ​ຍິ່ງ​ຫລາຍ​ກວ່າ​ເກົ່າ​ສຳນຶກຮູ້​ຄວາມ​​ເຈ​ດຕະນາ​ດີ​ແລະ​ຄວາມ​ຈິງ​ໃຈ​ຂອງ​​ແຜ່ນດິນ​ໃຫຍ່​ຈີນ, ມີ​ຜົນ​ດີ​ຕໍ່​ການ​​ເພີ່ມ​ທະວີ​ການ​ແລກປ່ຽນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ​ຕື່ມ​ອີກ.