ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-23 17:03:53    
ຫາງ​ສຽງ​ຮົງ​ກົງ​ກ່າວ​ວ່າ,ການຢັບຢັ້ງ​ແຜນການ​ປະຕິ​ຮູບ​ໂຄງ​ປະກອບ​ການ​ເມືອງ​ຂອງ​ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ເປັນ​ການ​ຢຽບ​ຢ່ຳປະຊາ​ມະຕິ​ແລະຂັດຂວາງຂະ​ບວນວິວັດ​ປະຊາທິປະ​ໄຕ

cri
ຕາມ​ຂ່າວcri , ຫນັງ​ສື​ພິມ​ສຳຄັນ​ຕ່າງໆ​ຂອງ​ຮົງ​ກົງ​ສະບັບວັນ​ທີ 22 ທັນວາ,ໄດ້​ພາກັນ​ພິມ​ບົດ​ຄວາມ​ໂດຍ​ຊີ້​ອອກ​ວ່າ,ສະພາ​ນິຕິ​ບັນຍັດຢັບຢັ້ງ​ແຜນການ​ປະຕິ​ຮູ​ບ​ໂຄງ​ປະກອບການ​ເມືອງ​ຂອງ​ອົງການ​ປົກຄອງ​ເຂດ​ພິ​ເສດ,​ທໍ່​ກັບ​ການຢຽບ​ຢ່ຳປະຊາ​ມະຕິ​ແລະ​ຂັດຂວາງຂະ​ບວນວິວັດ​ປະຊາທິປະ​ໄຕ
      ຫນັງສືພິມ​ເວີນ​ຮຸ້ຍປ້າວ​ຮົງ​ກົງ​ເຫັນ​ວ່າ,ການ​ຢັບຢັ້ງ​ແຜນການ​ປະຕິ​ຮູບ​​ໂຄງ​ປະກອບການ​ເມືອງ​​ມີ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຫນັກ​ຫນ່ວງ​ທີ່​ສຸດ,​ຄວາມ​ປາຖະຫນາ​ແລະ​ຄວາມ​ຫມັ້ນ​ໃຈ​ຂອງ​ໄທ​​ເມືອງ​ທີ່​ມີຕໍ່​ການ​ພັດທະນາ​ປະຊາທິປະ​ໄຕ​ໄດ້​ຖືກ​ທຳລາຍ,​ເສັ້ນທາງ​ປະຊາທິປະ​ໄຕ​ຂອງ​ຮົງ​ກົງ​ຈະບໍ່​ຮາບ​ພຽງ.

ບົດ​ນຳ​ຂອງ​ຫນັງສືພິມ​ຕ້າ​ກົງ​ປ້າວ​ຮົງ​ກົງ​ຊີ້​ອອກ​ວ່າ,​ການ​ຢັບຢັ້ງ ແຜນການ​ປະຕິ​ຮູບ​ໂຄງ​ປະກອບ​ການ​ເມືອງ​ໄດ້​ເຮັດ​ໃຫ້​ເປົ້າ​ຫມາຍ​ເລືອກ​ຕັ້ງ​ທົ່ວ​ໄປ​ໄກກວ່າ​ເກົ່າ​ແລະ​ມືດ​ມົວ​ກວ່າ​ເກົາ.

  ຫນັງສືພິມ​ຊັ່ງ​ປ້າວຮົງ​ກົງ​ຂຽນ​ວ່າ,ການ​ຢັບຢັ້ງ​ແຜນການ​ປະຕິ​ຮູບ​ໂຄງ​ປະກອບການ​ເມືອງ​ຂອງ​ອົງການ​ປົກຄອງ​ເຂດ​ພິ​ເສດທີ່​ໄດ້​ມາ​ບໍ່​ແມ່ນ​ງ່າຍ​ແລະ​ຮັບ​ການສະຫນັບສະຫນູ​ນຈາກ​ປະຊາ​ຄົມ​ໂລກຢ່າງ​ກວ້າງຂວາງ​ນັ້ນ​ໄດ້​ຝ່າຝືນ​ຜົນ​ປະ​ໂຫຍ​ດຍາວ​ໄກ​ຂອງ​ຊາວ​ຮົງ​ກົງ