ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-24 20:58:04    
ວຽກ​ງານ​ຂອງ​ເຂດ​ພິ​ເສດ​ຮົງ​ກົງ​ບໍ່​​ໃຫ້​ຕ່າງ​ປະ​ເທດ​ແຊກ​ແຊງ

cri

ຕາມ​ຂ່າວ​ສານ​ຊິ​ນຮວາ:ທ່ານ​ຊິນກາງ​ ​ໂຄ​ສົກກ​ະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​ວ່າ,ຮົງ​ກົງ​ແມ່ນ​ຮົງ​ກົງ​ຂອງຈີນ,ວຽກ​ງານ​ຂອງ​ເຂດ​ພິ​ເສດ​ຮົງ​ກົງ​​ແມ່ນ​ວຽງ​ງານ​ພາຍ​ໃນ​ຂອງ​ຈີນ,ບໍ່​​ໃຫ້​ຕ່າງປະ​ເທດ​ໃດ​ໆແຊ​ກ​ແຊງ.

ຕາມລາຍ​ງານຂ່າວ,​ວັນທີ22​ທັນວາ,ໃນ​ງານ​ຊຸມ​ນຸມນັກ​ຂ່າວເປັນ​ປະຈຳ,​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດອາ​ເມ​ລິ​ກາ​ໄ​ດ້​ວິຈານ​​ອີກ​ເທື່ອ​ໜຶ່ງ​ກ່ຽວ​ກັບ​ບັນຫາ​ການພັດ​ທະນາ​ໂຄງ​ປະ​ກອບ​​ການ​ເມືອງ​ຮົງ​ກົງ​.

ວັນ​ທີ23​ທັນ​ວາ,ທ່ານ​ຊິນ​ກາງ​ເວົ້າ​ວ່າ,​ໃນ​ໄລຍະ​ໜຶ່ງ​ມາ​ນີ້,ຝ່າຍ​ອາ​ເມ​ລິກາ​ໄດ້​ ​ວິຈານ​ຕໍ່​ວຽກ​ງານຂອງ​​ເຂດ​ພິ​ເສດ​ຮົງ​ກົງ​ຕາມ​ລຳພັງ​ໃຈ​ເທື່ອ​​ແລ້ວ​ເທື່ອ​ອີກ,​ໄດ້​ລະ​ເມີດ​ຫຼັກ​ມາດ​ຖານ​ພື້ນ​ຖານ​ການ​ພົວພັນ​ລະຫວ່າງ​ຊາດ​ທີ່​ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ.ຕໍ່​ເລື່ອງ​ນີ້,ຝ່າຍ​ຈີນ​ຄັດຄ້ານ​ຢ່າງ​ເດັດຂາດ.

ວັນ​ທີ​23​ທັນວາ,​​ໂຄສົກ​ອົງການ​ປົກ​ຄອງ​ເຂດ​ພິ​ເສດ​ຮົງ​ກົງ​ກໍ່​ໄດ້​ສະ​ແດງ​ຄວາມ​ຜິດ​ຫວັງ​ຕໍ່​ຄຳເວົ້າ​ກ່ຽວ​ກັບ​ການ​​ພັດທະ​ນາ​ໂຄງ​ປະກອບ​ການ​ເມືອງ​ຮົງ​ກົງ​ຂອງ​ໂຄສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ.