ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-05 17:08:24    
ຈີນ​ຈະ​ສ້າງ​ສະ​ພາບ​ແວດ​ລ້ອມ​ອັນ​ດີ​ງາມ​ຕື່ມ​ອີກ ​ເພື່ອ​ດູດ​ດຶງ​ນັກ​ສຶກ​ສາ​ທີ່​ຮຽນ​ຢູ່​ຕ່າງ​ປະ​ເທດ​ກັບ​ຄືນ​ປະ​ເທດ​ສ້າງ​ພາ​ລະ​ກິດ​ໃຫ້​ຫຼາຍ​ກວ່າ​ເກົ່າ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ຈີນ​ຈະ​ສ້າງ​ສະພາບ​ແວດ​ລ້ອມ​ອັນ​ດີງາມ​ຕື່ມ​ອີກ​ເພື່ອ​ໃຫ້ນັກ​ສຶກສາ​ທີ່ຮຽນ​ຢູ່​ຕ່າງປະ​ເທດກັບ​ຄືນປະ​ເທດ,​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າມີ​​ໂອກາດກວ້າງຂວາງ​ກວ່າ​ເກົ່າ​ທີ່​ເສີມ​ຂະຫຍາຍ​ຄວາມຮູ້​ຄວາມ​ສາມາດ​ຂອງ​ຕົນ​ຫຼັງ​ຈາກ​​ຄືນປະ​ເທດ​ແລ້ວ.

​ນີ້​ແມ່ນ​ທ່ານ​ຈ່າງ​ຊິ່ນ​ເຊີ້ງ ຮອງ​ລັດຖະມົນຕີ​ກະຊວງ​ສຶກສາທິການ​ຈີນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ຢູ່​ເມືອງ​ຊຽງ​ໄຮ້​ໃນ​ຫວ່າງ​ມໍ່ໆ​ນີ້,ທ່ານ​ເຫັນ​ໄປ​ໃນ​ແງ່​ດີຕໍ່​ທ່ວງທ່າ​ນັກ​ສຶກສາ​ຈີນກັບ​ມາ​ເຮັດ​ວຽກ​ຢູ່ປະ​ເທດຕົນ.ທ່ານ​ເວົ້າວ່າ,ຈີນ​ໄດ້​ຍຶດໝັ້ນທິດ​ທາງ"ສະໜັບສະໜູນ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ,ສົ່ງ​ເສີມກັບ​ຄືນປະ​ເທດ,​​ໄປມາ​ຢ່າງ​ເສລີ"ນັ້ນຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ,ທັງ​ໄດ້​ປະກາດ​ນະ​ໂຍບາຍ​ແລະ​ມາດ​ຕະການຫຼາຍ​ຂໍ້​ກ່ຽວ​ກັບ​ການ​ດູດ​ດຶງ​ນັກ​ສຶກສາກັບ​ມາ​ເຮັດ​ວຽກ​ຢູ່ປະ​ເທດຕົນ ຊຶ່ງ​ລວມທັງ​ສະໜອງ​ທຶນ​ສະໜັບສະໜູນ​ເປັນຕົ້ນ.

ຕົວ​ເລກ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,​ແຕ່​ປີ 1949 ​ມາ​ນີ້,ຈີນລວມມີ​ນັກ​ສຶກສາ 9 ​ແສນ​ກວ່າ​ຄົນ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ,​ໃນນັ້ນມີ 2 ​ແສນ​ກວ່າ​ຄົນ​ໄດ້​ສຳ​ເລັດ​ການ​ຮຽນ​ກັບ​ຄືນປະ​ເທດ​ແລ້ວ,ຊຶ່ງກວມນັກ​ສຶກສາທັງ​ໝົດ 25%.​ໂດຍ​ສະ​ເພາະ​​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,ນັກ​ສຶກສາ​ທີ່​ສຳ​ເລັດ​ການ​ຮຽນ​ກັບ​ມາ​ເຮັດ​ວຽກ​ຢູ່​ປະ​ເທດ​ຕົນ​ນັ້ນໄດ້​ຮັກສາ​ທ່ວງທ່າ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​.