|
ວຽກງານປ້ອງກັນຄວບຄຸມພະຍາດໄຂ້ຫວັດສັດປີກຢູ່ເມືອງຕ້າຈູແຂວງເຊສວນຂອງຈີນພວມດຳເນີນຢ່າງເຄັ່ງຮ້ອນ
cri
Author: min
ຕາມຂ່າວສານຊິນຮວາ: ພາຍຫຼັງເມືອງຕ້າຈູແຂວງເຊສວນພາກຕາເວັນຕົກສສຽງໃຕ້ຂອງຈີນໄດ້ເກີດພະຍາດໄຂ້ຫວັດສັດປີກປະເພດຮ້າຍແຮງອີກລາຍໜຶ່ງແລ້ວ, ອົງການປົກຄອງທ້ອງຖິ່ນໄດ້ອີງຕາມຄວາມຮຽກຮ້ອງຕ້ອງການຂອງແຜນການຮັບມືທີ່ກ່ຽວຂ້ອງ, ໃຊ້ມາດຕະການຕື່ມອີກເພື່ອເຮັດວຽກງານຊຳລະພະຍາດໃຫ້ດີ, ຮັບປະກັນບໍ່ໃຫ້ເກີດພະຍາດໃໝ່ອີກ.
ປະຈຸບັນ, ເມືອງຕ້າຈູໄດ້ຕັ້ງບ່ອນກວດກາດັດເຊື້ອຢູ່ບ່ອນເຂົ້າອອກເຂດເກີດພະຍາດ, ເວນຍາມ 24 ຊົ່ວໂມງ. ພ້ອມກັນນັ້ນ, ໄດ້ປິດຕະຫຼາດຊື້ຂາຍສັດປີກເປັນໃນທົ່ວເມືອງຊົ່ວຄາວ.
ວັນທີ 3 ມັງກອນ, ກະຊວງກະສິກຳຈີນປະກາດວ່າ, ເມືອງຕ້າຈູແຂວງເຊສວນພາກຕາເວັນຕົກສຽງໃຕ້ຂອງຈີນໄດ້ເກີດພະຍາດໄຂ້ຫວັດສັດປີກປະເພດຮ້າຍແຮງອີກລາຍໜຶ່ງ. ປະຈຸບັນ, ຍັງພວມຊອກຫາແຫຼ່ງເກີດພະຍາດຢູ່, ຍັງບໍ່ທັນປະກົດມີຄົນຕິດແປດໄຂ້ຫວັດສັດປີກປະເພດຮ້າຍແຮງເທື່ອ.
|
|